ກອງປະຊຸມສຳມະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ອີນເດຍ

ກອງປະຊຸມສຳມະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ອີນເດຍ - ảnh 1
ກອງປະຊຸມສຳມະນາກ່ຽວກັບບັນຫາທະເລຕາເວັນອອກຢູ່ອີນເດຍ
(ພາບ: Vietnam+)


(vovworld) –​ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ທະ​ເລ​ຕາ​ເວັນ​ອອກ: ບັນ​ດາ​ຜົນ​ກະ​ທົບ​ກ່ຽວ​ກັບ​ຄວາມ​ສະ​ຫງົບ​ປອດ​ໄພ ແລະ ເສດ​ຖະ​ກິດ”, ຖືກ​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງ New Delhi, ​ປະ​ເທດ​ອິນ​ເດຍ, ໃນ​ວັນ​ທີ 24/02. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນ​າມ​ປະ​ຈຳ ອີນ​ເດຍ ຕົ​ນ​ຊິງ​ແທ່ງ ຢືນ​ຢັນ​ວ່າ, ຫວຽດ​ນາມ ມີ​ພະ​ຍານ​ຫຼັກ​ຖານ​ປະ​ຫວັດ​ສາດ ແລະ ພື້ນ​ຖານ​ດ້ານ​ກົດ​ໝາຍຢ່າງ​ຄົບ​ຖ​້ວນ ເພື່ອຢັ້ງ​ຢືນ​ອະ​ທິ​ປະ​ໄຕ​ສຳ​ລັບ 2 ໝູ່​ເກາະ​ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ຫວຽດ​ນາມ ​ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາອ​ະ​ທິ​ປະ​ໄຕ​ຢູ່​ບັນ​ດາ​ໝູ່​ເກາະ​ນີ້, ພ້ອມ​ທັງ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ​ທີ່ມີ​ຖະ​ແຫຼງ​ອະ​ທິ​ປະ​ໄຕ ເພື່ອ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​​ການ​ຂັດ​ແຍ້ງ​ຜືນ​ແຜ່ນ​ດິນ​ຢູ່​ເຈື່ອງ​ຊາ ແລະ ຮ່​ວາງ​ຊາ ​​ດ້ວຍ​ສັນ​ຕິ​​ວິ​ທີ ຕາມ​ກົດໝາຍ​ສາ​ກົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ຄວນ​ຮັກ​ສາ​ສະ​ພາບ​ເດີມ, ບໍ່​ນາບ​ຂູ່ ຫຼື ນາບ​ຂູ່​ນຳ​ໃຊ້​ອາ​ວຸດ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ, ​ລະ​ງັບ​ໃຈ​ເພື່ອ​ຫຼີິກ​ລ້ຽງ​ບໍ່ໃຫ້​ສະ​ພາບ​ການ​ຢູ່​ພາກ​ພື້ນນີ້​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ. ບັນ​ດາ​ຝ່າຍ​​ຄວນ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ກ່ຽວ​ກັບ​ການ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ ແລະ ຮັບ​ຮອງ​ເອ​ົາ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຕົ​ນ​ຊິງ​ແທ່ງ ກໍ່​ຖະ​ແຫຼງວ່າ ຫວຽດ​ນາມ ມີ​​ສິດອະ​ທິ​ປະ​ໄຕ ແລະ ສິດຕັດ​ສິນ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ 200 ໄມ​ທະ​ເລ ແລະ ໄຫຼ່​ທະ​ວີບ​ຕາມ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວ​ຍ​ທະ​ເລ (UNCLOS) ປ​ີ 1982. ຫວຽດ​ນາມ ຕັດ​ສິນ​ໃຈ​ປົກ​ປັກ​ຮັກ​ສາ ແລະ ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ​ຢູ່​ເ​ຂດ​ໄຫຼ່​ທະ​ວີບ​ອະ​ທິ​ປະ​ໄຕ, ສືບ​ຕໍ່​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ອື່ນ, ໃນ​ນັ້ນ​ມີອ​ິນ​ເດຍ ເພື່ອ​ສຳ​ຫຼວ​ດ ແລະ ຂຸດ​ຄົ້ນບັນ​ດາ​ແຫຼ່ງ​ຊັ​ບ​ພະ​​ຍາ​ກອນ​ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ຂອງ​ຕົນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດກໍ່​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽ​ວ​ກັບ​ສະ​ພາບ​ການ, ການ​ຜັນ​ແປທີ່​ສັບ​ສົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ໃນ​ນັ້ນ​ມີ​ເລື່ອງ​ຈ​ີນ ຫັນ​​ເອົາທະ​ເລ​ຕາ​ເວັນ​ອອກ​ເປັນ​ບ່ອນ​ປະ​ຕິ​ບັດການ​ທະ​ຫານ ພ​ວມ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ, ຄວາມ​ສະ​ຫງົບ​ປອດ​ໄພ, ສະ​ຖຽນ​ລະ​ພາບ ແລະ ການ​ຮ່ວມ​ມືຢ​ູ່​ທະ​ເລ​ຕາ​ເວັນ​ອອກ​. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຊີ້​ແຈ້​ງວ່າ ຫວຽດ​ນາມ ຖື​ການ​ກະ​ທຳ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ແມ່ນ​ການ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ຢູ່​ໝູ່​ເກາະ​​ຮ່ວາງ​ຊາ ຢ່າງ​ຮ້າຍ​ແຮງ​ເທົ່າ​ນັ້ນ, ຫາກ​ຍັງ​ນາບ​ຂູ່​ເຖິງ​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້ນ ກໍ​ຄື​ຄວາມ​ສະ​​ຫງົບ​ປອດ​ໄພ ແລະ ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ ແລະ ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ອີ​ກ​ດ້ວຍ.

      ທີ່​ການ​ເຈ​ລະ​ຈາ, ນັກ​ຮຽນ​ຮູ້​ອິນ​ເດຍ ​ຫຼາຍ​ຄົນໄດ້​ສະ​ແດງ​ຄວ​າມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້​ານ​ການ​ທະ​ຫານ​ພຽງ​ລຳ​ພັງ​ຝ່າຍ​ດຽວ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ, ຮ​ຽກ​ຮ້ອງ​​ໃຫ້ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ເພື່ອ​ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ​ກັນ ແລະ ຊຸກ​ຍູ​້​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ ແລະ ຄວາມ​ວັດ​​ທະ​ນາ​ຖ​າວອນ​ຢູ່​ພາ​ກ​ພື້ນ.

ຂ່າວ/ບົດ​ອື່ນ