ກອງປະຊຸມສຳມະນາກ່ຽວກັບອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ກອງປະຊຸມສຳມະນາກ່ຽວກັບອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ພາບປະກອບ

(vovworld) –  ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ - ບັນດາ​ແງ່​ມູມປະຫວັດສາດ ​ແລະ ກົດໝາຍ” ​ໂດຍ​ມະຫາວິທະຍາ​ໄລ ຟ້າ​ມວັນ​ດົ່ງ ຈັດ​ຕັ້ງ​ ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 27 – 28/4, ຢູ່​ແຂວງ ກວາງ​ຫງາຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ມີ​ຜູ້​ແທນປະມານ 50 ທ່ານ​ເຊິ່ງລວມມີ​ບັນດາ​ນັກຮຽນ​ຮູ້​ສາກົນ, ນັກຮຽນ​ຮູ້​ເຊິ່ງ​ແມ່ນ​ຊາວ ຫວຽດນາມ ທີ່​ອາ​ໄສ​ຢູ່​ຕ່າງປະ​ເທດ, ບັນດາ​ນັກ​ຄົ້ນ​ຄ້ວາ, ທະນາຍຄວາມ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຕາງໜ້າ​ໃຫ້​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆ. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ​ຈະ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ມີ​ຂໍ້​ກຳນົດ​ຂອງ​ກົດໝາຍ​ສາ​ກົນ​ກ່ຽວ​ກັບ​ບັນຫາ​ອະທິປະ​ໄຕ​ປະຫວັດສາດ, ​​ເຮັດ​ໃຫ້​ຈະ​ແຈ້ງ​ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ, ປະຫວັດສາດ​ທີ່​ຢັ້ງ​ຢືນ​ວ່າ​: ​ແຕ່​ດົນ​ນານມາ​ແລ້ວ ລັດ ຫວຽດນາມ ​ໄດ້​ປະຕິບັດສິດ​ອະທິປະ​​ໄຕຢ່າງ​ຕໍ່​ເນື່ອງ ​ແລະ ສັນຕິພາບ​ທີ່​ມີຕໍ່​ 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ສອດຄ່ອງ​ກັບ​ພຶດຕິ​ກຳ​ກົດໝາຍ​ສາ​ກົນ, ​ແບບວິທີ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ, ການ​ພິພາດ​ກັນ ກ່ຽວ​ກັບ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ ບັນດາ​ບັນ​ຫາ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ​ໃນ​ປະຈຸ​ບັນ​ໂດຍສັນຕິ​ວິທີ.

 

ຂ່າວ/ບົດ​ອື່ນ