ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ)

ກອງປະຊຸມສຳມະນາກ່ຽວກັບຮ່າງກົດໝາຍວ່າດ້ວຍການກໍ່ສ້າງ (ສະບັບປັບປຸງ) - ảnh 1
(ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ)

(vovworld) - ຕອນ​ເຊົ້າ​ວັນທີ 2 ສິງຫາ, ຢູ່ຮ່າ​ໂນ້ຍ, ກຳມາທິການ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ສິ່ງ​ແວດ​ລ້ອມ ຂອງ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ (ສະບັບ​ປັບປຸງ). ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ຂອບ​ເຂດ​ການ​ປັບປຸງ​ຂອງຮ່າງກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງ. ປະກອບ​ຄຳ​ເຫັນ, ກ່ຽວກັບການສ້າງການກວດກາ, ການອະນຸມັດ​ຜ່ານ​​​​ໂຄງການ​ລົງທຶນ​ກໍ່ສ້າງ​ກິດຈະກຳ ​ແລະ ອອກ​ແບບ​ພື້ນຖານ, ຜູ້​ແທນ​ຫຼາຍ​ທ່ານ​ໄດ້​ຖື​ວ່າ ຮ່າງກົດໝາຍ​ວ່າ​ດ້ວຍ​ການ​ກໍ່ສ້າງຕ້ອງ​ມີ​ບັນດາ​ຂໍ້​ກຳນົດ​ຢ່າງ​ແໜ້ນ​ແຟ້ນ ຕາມ​ທິດ​ເພີ່ມ​ທະວີ​ການ​ຕິດຕາມກວດກາ​ວິວັດ​ການ​ລົງ​ທຶນ​ກໍ່ສ້າງ ກອນ​ທີ່​ກິດຈະກຳ​ໄດ້ຮັການກໍ່ສ້າງສຳ​ເລັດ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຈິ້ງ​ດິ່ງ​ຢຸງ ​ໃຫ້​ຮູ້​ວ່າ.

   “ຮ່າງ​ກົດໝາຍ​ຄັ້ງ​ນີ້ ຈະ​ປ່ຽນ​ໃໝ່​ດ້ານເນື້ອ​​ໃນ, ວິທີ​ການ​ຄຸ້ມ​ຄອງ​​ໂຄງການ​ລົງທຶນ​ກໍ່ສ້າງ​ຕາມ​ລັກສະນະ ​ແລະ ​ແຫຼ່ງທຶນ​​ກໍ່ສ້າງ. ​ແຫຼ່ງທຶນ​ແຕກ​ຕ່າງ​ກັນ​ການຄຸ້ມ​ຄອງ​ກໍ່ຈະແຕກ​ຕ່າງ​ກັນ. ສະ​ເພາະ​ທຶນ​ຂອງ​ລັດ ຕ້ອງ​ຄຸ້ມ​ຄອງ​ຢ່າງ​ແໜ້ນ​​ແຟ້ນກ່ຽວ​ກັບ​ລາຍ​ຈາ​ຍ ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ກວດາ​ກ່ອນ. ກ່ອນ​ນີ້, ​ເມື່ອ​ກິດ​ຈະກຳ​​ໄດ້​ຮັບ​ການກໍ່ສ້າງ​ຮຽບຮ້ອຍ​ແລ້ວ​ ຈຶ່ງ​ກວດກາ, ​ເມື່ອພົບ​ເຫັນ​ມັນຈະກໍ່ຜົນຮ້າຍຢ້ອນຫຼັງຢ່າງໜັກໜ່ວງ, ສະນັ້ນ, ຄວນ​ກວດກາ​ກ່ອນ​ ເພື່ອ​ຈຳກັດບັນດາຜົນຮ້າຍ ​ບໍ່​ພຽງ​ແຕ່​ດ້ານ​ຄຸນ​ນະພາ​ບ​ເທົ່າ​ນັ້ນ ຫາກ​ທັງ​ປະສິດທິ​ຜົນ​ຂອງ​ການ​ລົງທຶນ​ອີກ​ດ້ວຍ”.

        ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ຄຸ້ມ​ຄອງ​​ໂຄງການ​ລົງທຶນກໍ່ສ້າງ​ກິດຈະກຳ, ບັນດາ​ຜູ້​ແທນ​ຖື​ວ່າ ຮ່າງ​ກົດ​ໝາຍກຳນົດ​ຮູບ​ແບບ​ຈັດ​ຕັ້ງ​ຄະນະ​ຄຸ້ມ​ຄອງ​ໂຄງການ​ຕາມ​ເຂດ ​ຫຼື​ ຕາມຮູ​ບ​ແບບຄະນະຄຸ້ມ​ຄອງ​ໂຄງການ​ສະ​ເພາະຂະແໜງ ​ແມ່ນ​ເໝາະ​ສົມ​ກັບທຳນຽມສາກົນ. ​ແຕ່​ວ່າ, ຮ່າງ​ກົດໝາຍ​ຕ້ອງ​ເຮັດ​ແຈ້ງ​ຕື່ມກ່ຽວ​ກັບ​ບົດບາດ, ໜ້າ​ທີ່ຮັບຜິດຊອບ, ສິດ​​ຂອງ​ເຈົ້າຂອງ​ລົງທຶນ, ຂອງຄະນະ​ຄຸ້ມ​ຄອງໂຄງການ ​ແລະ ບັນດາຝ່າຍ​ເຂົ້າ​ຮ່ວມ​ການ​ປະຕິບັດ​​ໂຄງການກໍ່ສ້າງ.

ຂ່າວ/ບົດ​ອື່ນ