ກອງປະຊຸມສຳມະນາກ່ຽວກັບໂຄງປະກອບພາກພື້ນອາຊີ

(VOVWORLD) -ສູນຄົ້ນຄວ້າຍຸດທະສາດສາກົນ (CSIS) ຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ ຫາກໍ່ຈັດກອງປະຊຸມສຳມະນາປະຈຳປີຄັ້ງທີ 5 ກ່ຽວກັບໂຄງປະກອບພາກພື້ນອາຊີ.

ກອງປະຊຸມສຳມະນາກ່ຽວກັບໂຄງປະກອບພາກພື້ນອາຊີ - ảnh 1 ກອງປະຊຸມສຳມະນາກ່ຽວກັບໂຄງປະກອບພາກພື້ນອາຊີ

(ພາບ: Vietnam+)

ໃນວາລະປຶກສາຫາລືກ່ຽວກັບຫົວຂໍ້ APEC 2017, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ຟ້າມກວາງວິງ ໄດ້ກ່າວປາໄສດ້ວຍຖານະເປັນນັກປາຖະກະຖາຕົ້ນຕໍ. ທ່ານເອກອັກຄະລັດຖະທູດ ຟ້າມກວາງວິງ ໃຫ້ຮູ້ວ່າ, ດ້ວຍຫົວຂໍ້ລຸລ່ວງ 2017 ກ່ຽວກັບ “ການສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”, ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມຂັ້ນຕ່າງໆເກືອບ 200 ຄັ້ງໃນຂອບເຂດ APEC 2017. ບັນດາກອງປະຊຸມດັ່ງກ່າວແມ່ນການກະກຽມທີ່ສຳຄັນໃຫ້ບັນດາກອງປະຊຸມສຸດຍອດ APEC ໃນເດືອນພະຈິກ ທີ່ຈະມາເຖິງຢູ່ດ່ານັ້ງ.

        ທີ່ກອງປະຊຸມສຳມະນາ, ບັນດາເຈົ້າໜ້າທີ່ ແລະ ນັກປາຖະກະຖາ ອາເມລິກາ ຢືນຢັນວ່າ, ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງເຂົ້າຮ່ວມກອງປະຊຸມສຸດຍອດ APEC, ອີກຄັ້ງໜຶ່ງໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງອາເມລິກາ ສຳລັບພາກພື້ນອາຊີ - ປາຊີຟິກ ແລະ APEC. ບັນດານັກປາຖະກະຖາ ກໍ່ຖືວ່າ, ໂຄງປະກອບພາກພື້ນອາຊີ - ປາຊີຟິກ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ, ອັນໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ… ສະນັ້ນ, ພາກພື້ນຕ້ອງສືບຕໍ່ຍູ້ແຮງການຮ່ວມມືໃນທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ, ການລົງທຶນ; ຍູ້ແຮງການສ້າງໂຄງປະກອບດີກວ່າອີກ ໂດຍອີງໃສ່ລະບຽບ, ກົດໝາຍສາກົນ, ສະໜັບສະໜູນ APEC…

ຕອບກັບ

ຂ່າວ/ບົດ​ອື່ນ