ກອງປະຊຸມສຳມະນາຍຸດທະສາດອາຊຽນຢູ່ລາຊະອານາຈັກອັງກິດ

ກອງປະຊຸມສຳມະນາຍຸດທະສາດອາຊຽນຢູ່ລາຊະອານາຈັກອັງກິດ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຍຸດ​ທະ​ສາດ​ອາ​ຊຽນຢູ່​ລາຊະ​ອານາ​ຈັກ​ອັງກິດ
(ພາບ: vietnamplus.vn)


​(vovworld) - ວັນ​ທີ 12/06, ຢູ່ຊາຍ​ຄາ​ອາຊີ (Asia House) ຢູ່​ນະຄອນຫຼວງ​ລອນ​ດອນ, ປະ​ເທດ​ອັງກິດ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ “ຍຸດ​ທະ​ສາດ​ອາ​ຊຽນ: ກຳ​ໄດ້​ກາລະ​ໂອກາດ​ຢູ່​ພາກ​ພື້ນ​ໃໝ່”, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລຂາທິການ​​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ ພວມ​ຢ້ຽມຢາມ​ອັງ​ດິດ ພ້ອມ​ກັບ​ບັນດາ​ນັກ​ປະ​ຖະກະຖາ ​ເຊິ່ງ​ແມ່ນ​ການ​ນຳ​ວິ​ສາ​ຫະກິດ, ບໍລິສັດກວດ​ສອບ​ບັນຊີ​ຂອງ​ອັງກິດ, ​ເຢຍລະ​ມັນ, ອາ​ເມ​ລິ​ກາ, ຍີ່ປຸ່ນ… ທີ່​ມີປະສົບ​ການ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​​​ເປັນ​ເວລາ​ຫຼາຍ​ປີ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ.

      ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ​ເລຂາທິການ​​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ ​ໃຫ້​ຮູ້​ວ່າ,ກວ່າ 90% ​ໃນ​ຈຳນວນ 506 ມາດ​ຕະການ​ຂອງ​ປະຊາ​ຄົມ​ເສດຖະກິດ​ອາຊຽນ (AEC) ​ໄດ້​ຮັບ​ການ​ປະຕິບັດ ນັບ​ແຕ່​ເມື່ອ​​ແຜນການ​ສັງ​ລວມ AEC ​ໄດ້​ຮັບການ​ຮັບ​ຮອງ​ເອົາຢ່າງ​ເປັນ​ທາງ​ໃນ​ເມື່ອ​ປີ 2008. ​ໂດຍ​ບໍ່​ຫົວຊາ​ຕໍ່​ຜົນ​ກະທົບ​ຈາກ​​ເສດຖະກິດ​ທົ່ວ​​ໂລກ​ຊຸດ​​ໂຊມ, ບັນດາ​ປະ​ເທດ​ອາ​ຊຽນ ຍັງ​ບັນລຸ​ໄດ​້ຜົນງານ​ດ້ານ​ເສດຖະກິດ​ຫຼຼາຍຢ່າງ. ທ່ານ​ເລຂາທິການ​​ໃຫຍ່​ອາ​ຊຽນ ​ເລ​ເລືອງມິ​ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, AEC ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຖືກ​ກັບການ​ກຳນົດ​ເວລາ ​ແລະ ການ​ປະຕິບັດ​ບັນດາ​ມາດ​ຕະການ AEC ຈະ​ສົ່ງ​ສານ​ຢ່າງ​ແຮງ​ທີ່​ວ່າ, ບັນດາ​ຫຼັກການ, ຂອບ​ເຂດ ​ແລະ ມາດ​ຕະການທີ່ພວມ​ໄດ້​ຮັບ​ການຜັນ​ຂະຫຍາຍ ຈະ​ຊ່ວຍ​ໃຫ້​ພາກ​ພື້ນ​ກ້າວ​ໄປ​ເຖິງ​ປະຊາ​ຄົມ​ເສດ​ຖິດ​ທີ່​ແທດ​ຈິງ.

ຂ່າວ/ບົດ​ອື່ນ