ກອງປະຊຸມສຳມະນາດຶງດູດການລົງທຶນເຂົ້າຫວຽດນາມ ຈັດຂຶ້ນຢູ່ ອາເມລິກາ

ກອງປະຊຸມສຳມະນາດຶງດູດການລົງທຶນເຂົ້າຫວຽດນາມ ຈັດຂຶ້ນຢູ່ ອາເມລິກາ - ảnh 1
ເຂດອຸດສາຫະກຳ ຢູ່ ແຂວງ ບີ່ງເຢືອງ
ພາບປະກອບ:internet

(vovworld)-  ວັນ​ທີ 5/3, ກອງ​ປະຊຸມ​ສຳ​ມະ​ນາ​ດຶງ​ດູດ​ການ​ລົງທຶນ​ເຂົ້າ ຫວຽດນາມ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ນິວຢອກ ສະຫະລັດ ອາ​ເມ​ລິ​ກາ ດ້ວຍ​ການ​ຫນູນ​ຊ່ວຍ​ຂອງ​ບໍລິສັດ​ໃຫຍ່ Bacamex IDC ບີ່​ງ​ເຢືອງ, ທະນາຄານ Citibank ​ແລະ ຫ້ອງການ​ການ​ຄ້າ Mahattan. ​ເຫດການ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້ຕາງຫນ້າ​ບັນດາ​ບໍລິສັດ, ກອງ​ທຶນ​ລົງທຶນ, ບັນ​ດາ​ອົງການການ​ຄ້າ ອາ​ເມ​ລິ​ກາ ຢູ່ ນິວຢອກ ກວ່າ 70 ທ່ານ. ບົດ​ປາ​ໄສ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້ຕາງ​ຫນ້າຂອງ ຫວຽດນາມ ປະຈຳ​ ສປຊ ​ໄດ້​ເນັ້ນ​ຫນັກ​ວ່າ:​ ຫວຽດນາມ ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ລົງທຶນ, ດຳ​ເນີນ​ທຸລະ​ກິດ. ຢູ່​ຂັ້ນ​ທ້ອງ​ຖິ່ນ, ບີ່​ງ​ເຢືອງ ​ແມ່ນ​ແຂວງ​ມີ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຕົ້ນຕໍ​ຢູ່ ຫວຽດນາມ ​ແລະ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ໃນ​ການ​ດຶງ​ດູດ​ການ​ລົງທຶນ, ປະກອບສ່ວນ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ຕາງຫນ້າ​ຂອງ​ບັນດາ​ບໍລິສັດ, ກຸ່ມ​ບໍລິສັດ​ອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ເຖິງ​ບັນດາລະບຽບການ​ລົງທຶນ ຢູ່ ຫວຽດນາມ ​ເວົ້າ​ລວມ ​ແລະ ​ແຂວງ​ບິ່ງ​ເຢືອງ ​ເວົ້າ​ສະ​ເພາະ ກໍ​ຄື​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ ອາ​ເມ​ລິ​ກາ ​ແລະ ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ