ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງຍຸດທະສາດປົກປັກຮັກສາເຂດຊາຍແດນແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ປະກອບຄຳເຫັນໃສ່ຮ່າງຍຸດທະສາດປົກປັກຮັກສາເຂດຊາຍແດນແຫ່ງຊາດ.
ກອງປະຊຸມສຳມະນາປະກອບຄຳເຫັນໃສ່ຮ່າງຍຸດທະສາດປົກປັກຮັກສາເຂດຊາຍແດນແຫ່ງຊາດ - ảnh 1 (ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລີກ)

ຢືນຢັນຍຸດທະສາດປົກປັກຮັກສາເຂດຊາຍແດນແຫ່ງຊາດມີທີ່ຕັ້ງ, ບົດບາດສຳຄັນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມ, ບັນດາຄຳເຫັນປະກອບໃສ່ຮ່າງຍຸດທະສາດຄວນກຳນົດການເພີ່ມທະວີ ແລະ ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດຖານບ້ານໃກ້ເຮືອນຄຽງ ແລະ ປະເທດມີເຂດຕິດກັບເຂດຊາຍແດນຫວຽດນາມ; ສ້າງຊາຍແດນແຫ່ງຊາດເປັນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ ແລະ ປ້ອງກັນຢ່າງໝັ້ນຄົງ, ປະກອບສ່ວນພັດທະນາເສດຖະກິດ, ສັງຄົມ ຕິດພັນກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ແລະ ປະເທດຊາດ. ກອງປະຊຸມໄດ້ຢັ້ງຢືນບາງເນື້ອໃນທີ່ຄວນສຸມໃສ່ແກ້ໄຂນັ້ນແມ່ນ ກໍ່ສ້າງ, ປັບປຸງຮາກຖານການເມືອງ, ທ້ອງຖິ່ນໃຫ້ໝັ້ນຄົງເຂັ້ມແຂງ, ສ້າງພື້ນຖານຢ່າງໝັ້ນຄົງເຂັ້ມແຂງເພື່ອສ້າງທ່າປ້ອງກັນຊາດທົ່ວປວງຊົນ; ຍູ້ແຮງການພັດທະນາເສດຖະກິດສັງຄົມ, ສ້າງເຂດຊາຍແດນໃຫ້ໝັ້ນຄົງເຂັ້ມແຂງ, ຕິດພັນກັບການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ປົກປັກຮັກສາເຂດຊາຍແດນແຫ່ງຊາດໃນສະພາບການໃໝ່…

        ໂດຍຮັບຮູ້ ແລະ ຕີລາຄາສູງບັນດາການທາບທາມຄຳເຫັນຂອງຜູ້ແທນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໂງຊວນລີກ ໄດ້ຊີ້ນຳບົນພື້ນຖານໝາກຜົນຂອງກອງປະຊຸມສຳມະນາ, ຄະນະຮຽບຮຽງຮັບເອົາຄຳເຫັນ, ສ້າງຮ່າງຍຸດທະສາດໃຫ້ສົມບູນແບບ ເພື່ອໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຍືນສະເໜີຕໍ່ກົມການເມືອງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ