ກອງປະຊຸມສຳມະນາຢູ່ໂຕກຽວກ່ຽວກັບ“ກາລະໂອກາດການຮ່ວມມືລົງທຶນ-ດຳເນີນທຸລະກິດຢູ່ແຂວງຫວີງຟຸກ”

ກອງປະຊຸມສຳມະນາຢູ່ໂຕກຽວກ່ຽວກັບ“ກາລະໂອກາດການຮ່ວມມືລົງທຶນ-ດຳເນີນທຸລະກິດຢູ່ແຂວງຫວີງຟຸກ” - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
ພາບ:TTXVN

(vovworld)- ຕອນ​ບ່າຍ​ວັນ​ທີ 28/3, ກອງ​ປະ​ຊຸມ​ສຳ​ມະ​ນາ “ກາ​ລະ​ໂອ​ກາດ​ການ​ຮ່ວມ​ມື​ລົງ​ທຶນ ດຳ​ເນີນ​ທຸ​ລະ​ກິດ ຢູ່ ແຂວງ​ຫວີງ​ຟຸກ” ຖືກ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງ ໂຕ​ກຽວ ປະ​ເທດ​ຍີ່​ປຸ່ນ ໄດ້​ດຶງ​ດູດ​​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ​ໃຫ​ຍ່​ນັບ​ຮ້ອຍໆ​ແຫ່ງ ເພື່ອ​ຊອກ​ຫາ​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ. ກ່າວ​ຄ​ຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານນາງ ຮ່​ວາງ​ທິ​ຖູຍ​ລານ, ເລ​ຂາ​ຄະ​ນະ​ພັກ​ແຂວງ ຫວີງ​ຟຸກ ໄດ້​ຢືນ​ຢັນ​ເຖິງ ທີ່​ຕັ້ງ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຍຸດ​ທະ​ສາດ​ຂອງ​ແຂວງ. ແຂວງ ຫວີງ​ຟຸກ ກາຍ​ເປັນ​ຈຸດ​ນັດ​ພົບ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ໃຫ​ຍ່​ມາ​ຈາກ​ຫລາຍ​ປະ​ເທດ. ໄລ່​ມາ​ຮອດ​ເດືອນ 2/2016, ແຂວງ​ໄດ້​ມີ 234 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​15 ປະ​ເທດ ດ້ວຍ​ທຶນ​ຈົດ​ທະ​ບຽນ​ເບື້ອງ​ຕົ້ນ​ບັນ​ລຸ 3,6 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ ຍີ່​ປຸ່ນ ຢືນ​ອັນ​ດັບ 3 ກ່ຽວ​ກັບ​ຈຳ​ນວນ​ໂຄງ​ການ ແລະ ທຶນ​ຈົດ​ທະ​ບຽນ​ລົງ​ທຶນ​ຢູ່​ແຂວງ ຫວີງ​ຟຸກ ແລະ ຢືນ​ອັນ​ດັບ​ຫ​ນຶ່ງ​ກ່ຽວ​ກັບ​ທຶນ​ປະ​ຕິ​ບັດ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາ​ບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ, ທ່ານ Yasushi Iwata ຫົ​ວ​ຫ​ນ້າ​ພະ​ແນກ​ອາ​ຊີ ປາ​ຊີ​ຟີກ, ສັງ​ກັດ​ກະ​ຊວງ​ເສດ​ຖະ​ກິດ ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຍີ່​ປຸ່ນ ໃຫ້​ຮູ້​ວ່າ: ຫວຽດ​ນາມ ເວົ້າ​ລວມ, ພິ​ເສດ​ ແຂວງ​ຫວີງ​ຟຸກ ແມ່ນ​ສະ​ຖານ​ທີ່​ລົງ​ທຶນ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ບັນ​ດາ​ນັກ​ລົງ​ທຶນ ຍີ່​ປຸ່ນ. ທ່ານ Iwata ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ແຂວງ ຫວີງ​ຟຸກ ໄດ້​ມີ​ບັນ​ດາ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ, ປ​ະ​ກອບ​ສ່ວນ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ.


ຕອບກັບ

ຂ່າວ/ບົດ​ອື່ນ