ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ໄຊ​ຊະ​ນະດ້ຽນ​ບາຍ​ຝູ-ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ຂອບ​ຂະ​ໜາດ​ຍຸກ​ສະ​ໄໝ” ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີ​ນາ

(VOVWORLD) - ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 27 ມີນາຈະມາເຖິງ.
ກອງ​ປະ​ຊຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ໄຊ​ຊະ​ນະດ້ຽນ​ບາຍ​ຝູ-ຄຸນ​ຄ່າ​ປະ​ຫວັດ​ສາດ ແລະ ຂອບ​ຂະ​ໜາດ​ຍຸກ​ສະ​ໄໝ” ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີ​ນາ - ảnh 1

ສະພາບການປະຊຸມ (ພາບ: qdnd.vn)

     ຕອນເຊົ້າວັນທີ 1 ມີນາ, ຢູ່ຮ່າໂນ້ຍ, ໄດ້ຈັດການປະຊຸມຄະນະຈັດຕັ້ງກອງປະຊຸມສຳມະນາວິທະຍາສາດ “ໄຊຊະນະດ້ຽນບາຍຝູ-ຄຸນຄ່າປະຫວັດສາດ ແລະ ຂອບຂະໜາດຍຸກສະໄໝ”. ຄະນະຈັດຕັ້ງໃຫ້ຮູ້ວ່າ: ມາຮອດປະຈຸບັນ, ກອງປະຊຸມສຳມະນາໄດ້ຮັບບົດປະກອບຄຳເຫັນ 70 ບົດ ຊື່ງມີເນື້ອໃນເຮັດແຈ້ງແນວທາງ ແລະ ການຊີ້ນຳຂອງພັກ ໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນ ຝະລັ່ງ, ໂດຍສະເພາະແມ່ນຈີນຕະນາການຍຸດທະສາດຂອງພັກ, ປະທານ ໂຮ່ຈີມິນ. ອົງຄະນະພັກທະຫານສູງກາງ, ກະຊວງປ້ອງກັນປະເທດ ແລະ ການເປັນເຈົ້າການ ກະກຽມບັ້ນຮົບຂອງທະຫານ ແລະ ປຊຊ ຫວຽດນາມ ໃນບັ້ນຮົບ ດ້ຽນບຽນຝູ ປີ 1954. ຄາດວ່າ, ກອງປະຊຸມສຳມະນາຈະຈັດຂຶ້ນໃນວັນທີ 27 ມີນາຈະມາເຖິງ, ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ກ່ຽວກັບໄຊຊະນະ ດ້ຽນບຽນຝູ-ໄຊຊະນະແຫ່ງປະຫວັດສາດ; ສ້າງຄວາມເຊື່ອໝັ້ນ, ຄວາມຕັດສິນໃຈ, ຍົກສູງຄວາມຮັບຜິດຊອບຂອງກອງທັບ ປຊຊ ຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມ ຫວຽດນາມ ໃນຍຸກສະໄໝໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ