ກອງປະຊຸມສຳມະນາວິທະຍາສາດ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດທີ2ກັນຍາ

ກອງປະຊຸມສຳມະນາວິທະຍາສາດ70ປີແຫ່ງວັນການປະຕິວັດເດືອນສິງຫາແລະວັນຊາດທີ2ກັນຍາ - ảnh 1
(ພາບປະກອບ)

(vovworld) – ​ເສີມ​ຂະຫຍາຍ​ຜົນງານ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດທີ 2 ກັນຍາ, ປະ​ເທດ ຕ້ອງ​​ເສີມຂະຫຍາ​ຍພູມ​ປັນຍາ​ຂອງ​ຊາດຢ່າງ​ສຸດ​ຂີດ, ສົມທົບ​ກັບ​ພູມ​ປັນຍາ​ຍຸກ​ສະ​ໄໝ ​ເພື່​ອສ້າງສາປະ​ເທດ​ຊາດ, ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ອັນ​ໃຫຍ່​ຫຼວງ ​ໃນ​ພາລະກິດ​ປ່ຽນ​​ໃໝ່​ໃນ​ປະຈຸ​ບັນ​ກວ່າ​ອີກ. ນີ້​ແມ່ນ​ເນື້ອ​ໃນ​​ເຊິ່ງບັນດາ​ນັກ​ຂົ້ນຄວ້າ, ນັກວິທະຍາສາດ ​ເນັ້ນ​ໜັກ​ເຖິງ ທີ່ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາ​ສາດ 70 ​ປີ​ແຫ່ງ​ວັນ​ການ​ປະຕິວັດ​ເດືອນ​ສິງຫາ ​​ແລະ ​ວັນຊາດ​ທີ 2 ​ກັນຍາ ​ໂດຍ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ຈັດ​ຕັ້ງ​ໃນ​ຕອນເຊົ້າ​ວັນ​ທີ 28/08, ຢູ່​ຮ່າ​​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ສາດສະດາຈານ, ດ.ຣ ​ເລກ໋ວກລີ໋, ຮອງ​ຜູ້ອຳນວຍການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈິ​ມິນ ​ຖື​ວ່າ.

        “ສືບ​ຕໍ່​ມູນ​ເຊື້ອ 30 ປີ​ແຫ່ງ​ການ​ປ່ຽນ​​ໃໝ່, ຕ້ອງ​ປ່ຽນ​ໃໝ່​ຢ່າງ​ແຮງ​ກວ່າ, ​ເສີມ​ຂະຫຍາຍ​ຈິດ​ໃຈຂອງ​ປະທານ​ໂຮ່ຈິ​ມິນ “ຢຶດໝັ້ນ, ຮັບ​ມື​ກັບບັນດາ​ການ​ປ່ຽນ​ແປງ”, ​ເອກະລາດ​ຊົນ​ຊາດ ​ແລະ ລັດທິສັງຄົມນິຍົມ. ພວກ​ເຮົາ​ຕ້ອງ​ເສີມ​ຂະຫຍາ​ຍພູມ​ປັນຍາ​ຂອງ​ຊາດ, ພູມ​ປັນຍາ​ຍຸກ​ສະ​ໄໝ​ເພື່ອ​ສ້າງສາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ