ກອງປະຊຸມສຳມະນາວິທະຍາສາດທະເລຕາເວັນອອກຢູ່ອາເມລິກາ

ກອງປະຊຸມສຳມະນາວິທະຍາສາດທະເລຕາເວັນອອກຢູ່ອາເມລິກາ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ທະ​ເລ​ຕາ​ເວັນ​ອອກ​ຢູ່​ອາ​ເມ​ລິ​ກາ
(ພາບ: TTXVN)


​(vovworld) – ​ໃນ​ທ້າຍ​ອາທິດ​ຜ່ານ​ມາ, ສູນ​ຄົ້ນຄວ້າ​ຍຸດ​ທະ​ສາດ ​ແລະ ສາກົນ (CSIS) ມີ​ສຳນັກງານ​ຕັ້ງ​ຢູ່​ນະຄອນຫຼວງ ວໍ​ຊິງ​ຕັນ ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “​ເຕົ້າ​ໂຮມ​ວິທະຍາສາດ​ທະ​ເລ ​ແລະ ພູມ​ສາດ​ດ້ານ​ການ​ເມືອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ”. ບັນດາ​ນັກຮຽນ​ຮູ້​ອາ​ເມ​ລິ​ກາ ​ໄດ້​ເປັນ​ເອກະ​ພາບຕໍ່​ທັດສະນະ​ທີ່​ຖື​ວ່າ, ​ການ​ເຄື່ອນ​ໄຫວ​​ປ້ານ​ຄູນ​ບັນດາ​ຫາດ​ຫີນ​ໃນ​ໄລ​ຍະ​ຜ່ານ​ມາ​ຂອງ​ຈີນ ​ແມ່ນ​ສ້າງ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ, ອັນ​ເປັນ​ການ​ທຳລາຍສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ຊີ​ວະ​ນາໆ​ພັນ​ຢູ່​​ເຂດທະ​ເລ​ຕາ​ເວັນ​ອອກ. ໜຶ່ງ​ໃນບັນດາ​ບົດ​ກ່າວ​ປາ​ໄສ​​ໄດ້​ຮັບ​ການ​ຕີລາຄາ​ສູງ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​​ແມ່ນ​ຂອງ​ທ່ານ James Borton, ອະ​ດີດ​ນັກ​ຂ່າວ​ໜັງສືພິມ “Washington Times” ​ແລະ ​ເປັນ​ຜູ້​ຂຽນ​ປື້​ມມີ​ຊື່ວ່າ “ທະ​ເລ​ຕາ​ເວັນ​ອອກ: ສິ່ງ​ທ້າ​ທາຍ ​ແລະ ​ແງ່​ຫວັງ”. ທ່ານ James Borton ​ໃຫ້​ຮູ້​ວ່າ, ​ເຖິງ​ວ່າ​ຈີນ​ ຢືນຢັນ​ບັນດາ​ໂຄງການປ້ານ​ຄູນ​​ເປີດ​ກວ້າງບັນດາ​ຫາດ​ຫີນ ບໍ່​ກໍ່​ຜົນ​ຮ້າຍ​ເຖິງ​ສິ່ງ​ແວດ​ລ້ອມກໍ່ຕາມ, ​ແຕ່​ຜົນ​ທີ່​ເກັບ​ກຳ​ມາໄດ້​ພັດ​ກົງ​ກັນ​ຂ້າມ. ຕາມ​ທ່ານ James Borton ​ແລ້ວ, ວົງ​ການ​ນັກ​ວິທະຍາສາດ ​ແລະ ນັກ​ຊ່ຽວຊານ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຂອງ​ຈີນ ​ແມ່ນ​ລະ​ເມີດ​​ເຖິງສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ (UNCLOS). ທ່ານ James Borton ສະ​ເໜີ​ສ້າງ​ຕັ້ງ​ຄະນະ​ກຳມະການ​ທະ​ເລ​ຕາ​ເວັນ​ອອກ​ຂຽວ​ຫຼາຍ​ຝ່າຍ, ດ້ວຍ​ການ​ເຂົ້າ​ຮ່ວມ ​ແລະ ການ​ສະໜັບສະໜູນ​ຈາກ​ບັນດາ​ປະ​ເທດ​ອາ​ຊຽນ.

ຂ່າວ/ບົດ​ອື່ນ