ກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນ, ການພິມຈຳໜ່າຍໃນວຽກງານປົກປ້ອງພື້ນຖານແນວຄິດຂອງພັກ”

(VOVWORLD) -ທີ່ກອງປະຊຸມສຳມະນາ, ມີຫຼາຍຄຳເຫັນຂອງຜູ້ແທນໄດ້ເຮັດແຈ້ງກ່ຽວກັບພື້ນຖານທິດສະດີ, ບົດບາດຂອງສື່ມວນຊົນ, ການພິມຈຳໜ່າຍ ເມື່ອທຽບໃສ່ບັນດາເຄື່ອງມືອື່ນຂອງລະບົບການເມືອງໃນການປົກປ້ອງພື້ນຖານແນວຄິດຂອງພັກ
ກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນ, ການພິມຈຳໜ່າຍໃນວຽກງານປົກປ້ອງພື້ນຖານແນວຄິດຂອງພັກ” - ảnh 1(ທີ່ກອງປະຊຸມສຳມະນາ)

       “ສື່ມວນຊົນ, ການພິມຈຳໜ່າຍຕ້ອງແມ່ນກຳລັງປະຈັນບານ, ຕັ້ງໜ້າຕໍ່ສູ້, ເປີດເຜີຍເລ່ລ່ຽມ, ກົນອຸບາຍ, ສິ່ງຜິດພາດ, ການເປັນປໍລະປັກຂອງສັດຕູ - ເພື່ອປົກປ້ອງພື້ນຖານແນວຄິດຂອງພັກ”. ນີ້ແມ່ນຄຳເຫັນຂອງບັນດາຜູ້ແທນທີ່ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ “ບົດບາດຂອງສື່ມວນຊົນ, ການພິມຈຳໜ່າຍໃນວຽກງານປົກປ້ອງພື້ນຖານແນວຄິດຂອງພັກ”, ເຊິ່ງດຳເນີນໃນຕອນເຊົ້າວັນທີ 28 ຕຸລາ, ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ມີຫຼາຍຄຳເຫັນຂອງຜູ້ແທນໄດ້ເຮັດແຈ້ງກ່ຽວກັບພື້ນຖານທິດສະດີ, ບົດບາດຂອງສື່ມວນຊົນ, ການພິມຈຳໜ່າຍ ເມື່ອທຽບໃສ່ບັນດາເຄື່ອງມືອື່ນຂອງລະບົບການເມືອງໃນການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້, ປະຕິເສດບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກ. ຈາກນັ້ນ, ເຫັນໄດ້ກົນອຸບາຍ, ເລ່ລ່ຽມຂອງບັນດາກຳລັງທີ່ເປັນປໍລະປັກ ຕ້ານທຳລາຍພື້ນຖານແນວຄິດຂອງພັກ ໃນຊີວິດສັງຄົມ ແລະ ທາງອິນເຕີເນັດ; ໄຈ້ແຍກບົດບາດສະໜອງຂໍ້ມູນຂ່າວເປັນທາງການຂອງສື່ມວນຊົນ, ການພິມຈຳໜ່າຍ ເພື່ອຕ້ານການສວຍໃຊ້ບັນຫາສະດຸ້ງໄວຄື: ຊົນເຜົ່າ, ສາສະໜາ, ໂລກລະບາດ… ເພື່ອຕ້ານທຳລາຍພັກ ແລະ ລັດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ