ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ

(VOVWORLD) - ກອງປະຊຸມສຳມະນາວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ທະເລຕາເວັນອອກ: ການຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ“ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກຢູ່ນະຄອນ ໂຮ່ຈີມິນ.
ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ - ảnh 1 ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກ

ກ່າວຄວາມເຫັນໄຂກອງປະຊຸມສຳມະນາ, ທ່ານຮອງສາສະດາຈານ ຫງວຽນຫວູຕຸ່ງ, ຜູ້ອຳນວຍການສະຖາບັນການຕ່າງປະເທດ ຫວຽດນາມ, ຖືວ່າ, ພາຍຫຼັງການຕັດສິນຂອງສານອະນຸຍາໂຕ ຕຸລາການ, ສະພາບການຢູ່ທະເລຕາເວັນອອກໄດ້ມີການຜັນແປຢ່າງຕັ້ງໜ້າ. ເຖິງຢ່າງໃດກໍ່ຕາມ, ເບິ່ງ ລວມແລ້ວ ແລະ ໄລຍະຍາວຍັງວິຕົກກັງວົນວ່າອາດຈະເກີດການປະທະກັນຢູ່. ຕໍ່ໜ້າການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ທ່ານ ຫງວຽນຫວູຕຸ່ງ ຮຽກຮ້ອງບັນດານັກວິທະຍາສາດຕ້ອງໄຈ້ແຍກຢ່າງລະອຽດ ແລະ ສະເໜີບັນດາມາດຕະການຮອບດ້ານ, ຍາວນານ ແລະ ຍືນຍົງ.

        “ບັນດານັກຮຽນຮູ້ອະທິບາຍກ່ຽວກັບບັນດາບັນຫານິຕິກຳ ແລະ ບັນດາບັນຫາພູມສາດການເມືອງ ຈະເຮັດໃຫ້ພາບພົດກ່ຽວກັບທະເລຕາເວັນອອກສົມບຸນກວ່າ. ການແລກປ່ຽນຂໍ້ມູນຂ່າວສານໄດ້ເຮັດໃຫ້ບັນດາຜູ້ແທນມີຄວາມຮັບຮູ້ບັນຫາແຈ້ງກວ່າ, ເວລານັ້ນການປະກອບຄວາມເຫັນກັບບັນດານັກວາງແຜນນະໂຍບາຍຈະມີຄວາມສົມບຸນກວ່າ. ຂ້າພະເຈົ້າຄິດວ່ານັ້ນແມ່ນຄວາມໝາຍໃຫຍ່ທີ່ສຸດ“.

        ທີ່ກອງປະຊຸມສຳມະນາ, ຜູ້ພິພາກສາ Vladimir Vladimirovich Golitsyn, ອະດີດປະທານສານສາກົນກ່ຽວກັບກົດໝາຍວ່າດ້ວຍທະເລຖືວ່າ, ບົດບາດຂອງບັນດາອົງການພິພາກສາສາກົນແມ່ນປັດໃຈສຳຄັນໃຫ້ແກ່ການພັດທະນາຫຼັກການນັບຖືກົດໝາຍສາກົນ ແລະ ຄຸ້ມຄອງທະເລ.

        ກອງປະຊຸມສຳມະນາຈະປິດລົງໃນວັນທີ 28 ພະຈິກ 2017.

ຕອບກັບ

ຂ່າວ/ບົດ​ອື່ນ