ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວກ່ຽວກັບການຢຸດຮົບຢູ່ຫວຽດນາມທີ່ອິນເດຍ

    ກອງປະຊຸມສຳມະນາສະເຫຼີມສະຫຼອງ 60 ປີແຫ່ງວັນເຊັນສັນຍາເຊີແນວກ່ຽວກັບການຢຸດຮົບຢູ່ຫວຽດນາມທີ່ອິນເດຍ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ເຊີ​ແນວ​ກ່ຽວ​ກັບ​ການ​ຢຸດ​ຮົບ​ຢູ່​ຫວຽດນາມ

(vovworld)-ວັນ​ທີ 24/7, ກອງ​ປະຊຸມ​ສຳ​ມະ​ນາ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ເຊີ​ແນວ​ກ່ຽວ​ກັບ​ການ​ຢຸດ​ຮົບ​ຢູ່​ຫວຽດນາມ (20/7/1954-20/7/2014) ​ໂດຍ​ສະຖານທູດ​ຫວຽດນາມ​ພ້ອມ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້ວາ ​ແລະ ​ໄຈ້​ແຍກ​ດ້ານ​ປ້ອງ​ກັນຊາ​ດອິນ​ເດຍສົມທົບ​ກັນ​ຈັດ​ຂຶ້ນ​ຢູ່​ສຳນັກງານ IDSA .

    ກ່າວ​ຄຳ​ເຫັນ​ທີ່ ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອິນ​ເດຍ ຫງວຽນ​ແທງ​ເຕີນ ​ໄດ້​ກ່າວ​ຢ້ຳຄືນ​ວິວັດທະນາ​ການ​ກອງ​ປະຊຸມ​ເຊີ​ແນວ ​ແລະ ​ເນັ້ນ​ໜັກ​ວ່າ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ລັດຖະບານ​ຝະລັງ ​ແລະ ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຊີ​ແນວ​ໄດ້​ໝັ້ນ​ໝາຍ​ເຄົາລົບ​ເອກະລາດ, ອະທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ. ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ເຊີ​ແນວ​ແມ່ນ​ໄຊຊະນະ​ຂອງ​ລັດທິ​ຮັກ​ຊາດ, ຕັດສິນ​ໃຈ​ຍາດ​ເອົາ​ເອກະລາດ, ຄວາມ​ຫວັງ​ມີ​ເສລີພາບ ​ແລະ ຮັກຫອມ​ສັນຕິພາບ​ຂອງ​ປະຊາຊົນ​ຫວຽດນາມ.

     ກ່າວ​ຄຳ​ເຫັນ​ທີ່ ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປ​ະ​ເທດ​ອິນ​ເດຍ ຮັບຜິດຊອບ​ຝ່າຍ​ຕາ​ເວັນ​ອອກ Anil Wadhwa ​ເນັ້ນ​ໜັກ​ວ່າ ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​ເຊັນ​ສັນຍາ​ເຊີ​ແນວ​ ກໍ​ແມ່ນ​ໂອກາດ​ເພື່ອ​ຫຼໍ່​ຫຼອມ​ການ​ພົວພັນ​ຫວຽດນາມ-ອິນ​ເດຍ. ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ປະຈຸ​ບັນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ແມ່ນ​ພວມ​ຢຸູ່​ໃນ​ຈຸດ​ເວລາ​ພັດທະນາ​ແຂງ​ແຮງ​ທີ່​ສຸດ.

ຂ່າວ/ບົດ​ອື່ນ