ກອງປະຊຸມສຳມະນາສາກົນກ່ຽວກັບການພັດທະນາ ແລະ ຄວາມປອດໄພຢູ່ທະເລ

ກອງປະຊຸມສຳມະນາສາກົນກ່ຽວກັບການພັດທະນາ ແລະ ຄວາມປອດໄພຢູ່ທະເລ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​
ພັດທະນາ ​ແລະ ຄວາມ​ປອດ​ໄພ​ຢູ່​ທະ​ເລ
(ພາບ: VTV)

(vovworld) - ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ການ​ພັດທະນາ ​ແລະ ຄວາມ​ປອດ​ໄພ​ຢູ່​ທະ​ເລມີ​ຫົວ​ຂໍ້​ວ່າ “ການ​ຮ່ວມ​ມື​ສາກົນ ​ແລະ ການ​ແບ່ງປັນ​ບົດຮຽນ​ອາຊີ - ​ເອີ​ລົບ“ ​ໄດ້​ເປີດ​ຂື້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/6 ຢູ່​ນະຄອນ ຫ້າ​ລອງ, ປະ​ເທດ ຫວຽດນາມ. ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ຄະນະ​ຜູ້​ແທນ​ສຳພັນ​ທະ​ມິດ​ເອີ​ລົບ​ປະຈຳ ຫວຽດນາມ ​ແລະ ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ສົມທົບ​ກັນ​ຈັດ​ຕັ້ງ, ກອງ​ປະຊຸມ​ນີ້​ໄດ້​ດຶງ​ດູດ​ບັນດາ​ນັກຮຽນ​ຮູ້, ນັກ​ຊ່ຽວຊານ​ຂອງສຳພັນ​ທະ​ມິດ​ ເອີ​ລົບ​, ບັນດາ​ປະ​ເທດ: ​ຍີ່ປຸ່ນ, ສ.​ເກົາຫຼີ, ຈີນ ​ແລະ ອາ​ຊຽນ. ຝ່າຍ ຫວຽດນາມ​ມີ​ຜູ້​ແທນ 150 ຄົນ​ເຂົ້າ​ຮ່ວມ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​​ແລກປ່ຽນ​ທັດສະນະ, ​ແບ່ງປັນ​ບົດຮຽນ ​ແລະ ທາ​ບທາມ​ຄວາມ​ເຫັນ​ກ່ຽວ​ກັບ​ບັນດາ​ພຶດຕິ​ກຳ​ຕົວ​ຈິງ​ດີ​ທີ່​ສຸດ​ໃນ​ການ​ຊຸກຍູ້​ຄວາມ​ປອດ​ໄພ, ການ​ຮ່ວມ​ມື​ສາກົນ. ພ້ອມ​ທັງ​ຊອກ​ເຫັນ​ບັນດາ​ນະ​ໂຍບາຍ​ຮັບ​ມື​ກັບ​ການ​ທ້າ​ທາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ຢູ່​ທະ​ເລ​ຢ່າງ​ມີ​ປະສິດທິ​ຜົນ, ຊຸກ​ຍູ້ການ​ພັດທະນາ​ບັນດາ​ແຫຼ່ງຊັບພະຍາກອນ​ທະ​ເລ​ຢ່າງ​ໝັ້ນຄົງ. ກ່າວ​ຄວາມ​ເຫັນ​ເປີດ​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ ດັ້ງ​ດິ່ງ​ກວີ໋, ຮອງ​ລັດຖະມົນຕີ​ກະຊວງ​ການຕ່າງ​ປະ​ເທດ ຫວຽດນາມ, ຢືນຢັນ​ວ່າ:

        “ຄວາມ​ປອດ​ໄພ​ຢູ່​ທະ​ເລ​ນັບ​ມື້​ນັບ​ມີ​ຄວາມ​ສຳຄັນ ​ແລະ ຈຳ​ເປັນ. ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ຫຼາຍ​ກວ່າ, ກ່ອນ​ອື່ນ​ໝົດ​ແມ່ນ​ຕ້ອງ​ມີບັນດາ​ກອງ​ປະຊຸມ​ສຳ​ມະ​ນາ​ຄື​ແນວ​ນີ້ ​ເພື່ອ​ສ້າງ​ແນວ​ຄວາມ​ຄິດ, ບັນດາ​ຂໍ້​ສະ​ເໜີ​ແນະ ​ເພື່ອ​ໃຫ້​ບັນດາ​ລັດຖະບານ ​ແລະ ທຸກ​ປະຊາ​ຄົມ​ຢູ່​ພາກ​ພື້ນ​ນີ້ ກໍ່​ຄື​ໃນ​ທົ່ວ​ໂລກ​ເຂົ້າ​ໃຈ​ໄດ້​ໄພ​ອັນຕະລາຍ ​ແລະ ຮ່ວມ​ມື​ນຳ​ກັນ“.

 

ຂ່າວ/ບົດ​ອື່ນ