ກອງປະຊຸມສຳມະນາສາກົນກ່ຽວກັບຄວາມປອດໄພໃນການເດີນທະເລຢູ່ອາຊີຕາເວັນອອກ

ກອງປະຊຸມສຳມະນາສາກົນກ່ຽວກັບຄວາມປອດໄພໃນການເດີນທະເລຢູ່ອາຊີຕາເວັນອອກ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​
ໃນ​ການ​ເດີນ​ທະ​ເລ​ຢູ່​ອາຊີຕາ​ເວັນ​ອອກ
(ພາບ: baobinhphuoc.com.vn)

(vovworld) – “ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ອາຊີຕາ​ເວັນ​ອອກ” ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ, ດຳ​ເນີນ​ໄປ​ໃນ​ວັນ​ທີ 30/09, ຢູ່​ບຣຸກ​ແຊນ, ປະ​ເທດ​​ແບນ​ຊິກ. ນີ​ແມ່ນ​ເຫດການ​ໂດຍ​ສະ​ຖາ​ບັນ​ຄົ້ນຄວ້າ​ເອີ​ລົບ ກ່ຽວ​ກັບ​ອາຊີ (EIAS) ສົມທົບ​ກັບ​ສະຖານ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ສະ​ຖາ​ບັນ​ການ​ພົວພັນ​ສາກົນ​ຍີ່ປຸ່ນ ຈັດ​ຕັ້ງ. ບັນດາ​ນັກ​ປາຖະກະຖາ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ໝາຍ​ທົ່ວ​ໂລກ​​ໃນ​ຂົງ​ເຂດ​ການ​ເດີນ​ທະ​ເລ​ຢູ່​ອາຊີຕາ​ເວັນ​ອອກ; ບັນດາ​ການ​ຜັນ​ແປ່​ຫວ່າງ​ມໍ່ໆ​ມາ​ນີ້ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ; ​ແງ່​ມູມດ້ານ​ນິຕິ​ກຳ​ກ່ຽວ​ກັບ​ການ​ເດີນ​ທະ​ເລ​ຢູ່​ອາຊີ​ຕາ​ເວັນ​ອອກ ​ແລະ ບັນດາ​ເຂດ​ທີ່ມີ​ຄວາມ​ສາມາດ​ບົມຊ​້ອນ​ຮ່ວມ​ມື​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ ​ແລະ ການພັດທະນາ. ທ່ານ Bruno Hellendroff, ສັງກັດ​ກຸ່ມ​ຄົ້ນຄວ້າ ​ແລະ ສື່ສານກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ສະຫງົບປອດ​ໄພ (GRIP), ​ໃຫ້​ຮູ້​ວ່າ, EU ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດກ່ຽວ​ກັບ​ຄວາມ​ຂາດ​ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ສະ​ນັ້ນ, ການ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບປອດ​ໄພ ​ແລະ ວັດ​ຖະນາ​ຖາວອນ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ແລະ ​ໃນ​ໂລກ​ເວົ້າ​ລວມ ​ກໍ່​ຄືຮັບປະກັນ​ເຄົາລົບ​ກົດໝາຍ​ສາກົນ, ບັນດາ​ມາດຖານ​ສາກົນ ​ແມ່ນມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ຕາມ​ຜູ້​ຊ່ຽວສານ Nicolas Gosset, ສັງກັດ​ສູນ​ຄົ້ນຄວ້າ​ກ່ຽວ​ກັບ​ການປ້ອງ​ກັນຊາ​ດ​ປ້ອງ​ກັນ​ຄວາມ​ສະຫງົບແລ້ວ, ​ເພື່ອ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ຕ້ອງ​ດຳ​ເນີນການ​ເຈລະຈາ​ສັນຕິພາບ. ​ໃນ​ກໍ່​ລະ​ນີຈຳ​ເປັນ, ອາດ​ຈະ​ອາ​ໄສ​ສານ​ສາກົນ. ທ່ານ​ກໍ່​ຕີ​ລາຄາ​ສູງ​ຫຼັກ​ໝັ້ນ​ ​ແລະ ທັດສະນະ​ຂອງ​ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ​ທີ່ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ