ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ

(VOVWORLD) -ກອງປະຊຸມສຳມະນາວິທະຍາສາດສາກົນ ດ້ວຍຫົວຂໍ້ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ການພັດທະນາໃນພາກພື້ນ” ຄັ້ງທີ 9 ໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.
ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກ - ảnh 1 ພາບປະກອບ

ຜູ້ແທນປະມານ 200 ຄົນເຂົ້າຮ່ວມກອງປະຊຸມສຳມະນານັ້ນແມ່ນບັນດານັກຊ່ຽວຊານ, ນັກຮຽນຮູ້ ທີ່ມີຈາກບັນດາຝ່າຍກ່ຽວຂ້ອງໂດຍກົງເຖິງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກຄື: ອາເມລິກາ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ, ອິນເດຍ, ບັນດາປະເທດ ອາຊຽນ, ບັນດາເຈົ້າໜ້າທີ່, ນັກຮຽນຮູ້ສາກົນທີ່ສົນໃຈເຖິງທະເລຕາເວັນອອກ; ບັນດາເອກອັກຄະລັດຖະທູດ, ຜູ້ຕາງໜ້າອົງການທູຕານຸທູດ ປະຈຳ ຫວຽດນາມ…

        ກອງປະຊຸມສຳມະນາໂດຍສະຖາບັນການພົວພັນຕ່າງປະເທດສົມທົບກັບກອງທຶນໜູນຊ່ວຍການຄົ້ນຄ້ວາທະເລຕາເວັນອອກ ແລະ ສະມາຄົມນັກທະນາຍຄວາມ ຫວຽດນາມ ຈັດຕັ້ງ. ກອງປະຊຸມສຳມະນາແມ່ນເວທີປາໄສມີອິດທິພົນຊື່ສຽງເພື່ອໃຫ້ບັນດານັກຮຽນຮູ້, ທະນາຍຄວາມພາຍໃນ ແລະ ຕ່າງປະເທດ ແລກປ່ຽນ, ຄົ້ນຄ້ວາ, ປຶກສາຫາລື ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ກ່ຽວກັບຜົນປະໂຫຍດລວມໃນການຮັກສາສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ແລະ ສະເໜີບັນດາທິດທາງມາດຕະການບັນດາການປະທະກັນຢູ່ທະເລຕາເວັນອອກ. ກອງປະຊຸມສຳມະນາດຳເນີນເປັນເວລາ 2 ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ