ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ລາຊະອານາຈັກອັງກິດ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ລາຊະອານາຈັກອັງກິດ - ảnh 1
(ພາບປະກອບ)
(vovworld) –  ວັນ​ທີ 19/04, ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບຊາຍ​ແດນ ​ໂດ​ຍຫ້ອງການອຸ​ທົກ​ກະສາ​ດອັງກິດ (UKHO), ມະຫາວິທະຍາ​ໄລ King’s College ​ແລະ ບໍລິສັດ​ທີ່​ປຶກສາ​ກົດໝາຍ​ສາກົນ Colterra Fietta ສົມທົບ​ກັນ​ຈັດ​ຕັ້ງ​ຢູ່​ລອນ​ດອນ, ປະ​ເທດ​ອັງກິດ​, ທ່ານ​ນາງ ຫງວຽນ​ທິມິນ​ຫງຽດ, ຮອງ​ຫົວໜ້າ​ກົມ, ກົມ​ກົດໝາຍ ​ແລະ ສົນ​ທິສັນຍາ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຢືນຢັນ​ວ່າ: ຫວຽດນາມ ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນດາ​ບັນຫາ​ພິດ​ພາດ​ທີ່​ກ່ຽວຂ້ອງ​ເຖິງ​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ມີ​ການ​ພິດ​ພາດ​ອະທິປະ​ໄຕ​ຢູ່​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ດ້ວຍ​ບັນດາ​ມາດ​ຕະການ​ສັນຕິພາບ​ໂດຍ​ອີ່​ງ​ໃສ່​ກົດໝາຍ​ສາກົນ. ຫວຽດນາມ ກໍ​ສະໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າການ​ປະກອບສ່ວນ​ຂອງ​ບັນດາ​ປະ​ເທດ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຮັບປະກັນ​ຄວາມ​ເສ​ເລີ ​ແລະ ຄວາມ​ປອດ​ໄພ​ໃນ​ການ​ເດີນ​​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດນາມ ພວມ​ສືບ​ຕໍ່​ເຈລະຈາ​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເພື່ອ​ແກ້​ໄຂ​ການ​ພິດ​ພາດ​ບົນ​ທະ​​ເລ​ແຕ່​ລະ​ກ້າວ ​ແລະ ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ລະອຽດ​ນັ້ນ​ແມ່ນ ຊຸກຍູ້​ສ້າງ​ປະມວນ​ລະບຽບ​ການ​ກ່ຽວກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກຮຽນ​ຮູ້​ສາກົນ​ຢືນຢັນ​ວ່າ ບັນດາ​ຂໍ້​ມາດຕາກ່ຽວ​ກັບ​ການ​ແກ້​ໄຂ​ການ​ພິດ​ພາດ​ຂອງ​ກົດໝາຍ​ສາກົນ​ໄດ້​ມີ​ບົດບາດສຳຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ສ້າງມາດ​ຕະການ​ແກ້​ໄຂ​ຢ່າງ​ຮອບດ້ານ​​ໃຫ້​ແກ່​ການ​ພິດ​ພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ