ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອັກຊັງຕີນ

ກອງປະຊຸມສຳມະນາສາກົນກ່ຽວກັບທະເລຕາເວັນອອກຢູ່ອັກຊັງຕີນ - ảnh 1
ຈີນ ເຮັດ​ໃຫ້​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປ່ຽນ​ແປງ

(vovworld) – ​​ວັນ​ທີ 20/5, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອາ​ເມ​ລິ​ກາ (UAI) ຂອງ​ນະ​ຄອນຫຼວງ Buenos Aires, ປະ​ເທດ ອັກ​ຊັງ​ຕີນ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ສາດ​ສະ​ດາ​ຈານ, ນັກ​ຮຽນ​ຮູ້ ແລະ ນັກ​ສຶກ​ສາ​ພະ​ແນກ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນຫຼ​ວງຫຼາຍ. ດ້ວຍ​ຫົວ​ຂໍ້​ວ່າ “ຄຸ້ມ​ຄອງ​​ຂອບ​ເຂດການ​ເດີນ​ທະ​ເລຂອງ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ອາ​ຊຽນ), ແນວ​ຄວາມ​ຄິດ​ສຳ​ລັບ ອັກ​ຊັງ​ຕີນ.”, ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ແບ່ງ​ປັນ​ທັດ​ສະ​ນະ ແລະ ບົດ​ຮຽນ ຂອງ​ບັນ​ດາ​ປະ​ເທດ​ໃນ​ບັນ​ຫາ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ທະ​ເລ, ໝູ່​ເກາະ.

        ກໍ່​ໃນ​ວັນ​ທີ 20/5, ​ເຄືອ​ຂ່າຍ​ສື່​ສານ ເອີ​ລົບ Euro Presse Image ມີ​ບົດ​ຂຽນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສ​ຳ​ມະ​ນາ​ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກ​ດຳ​ເນ​ີນ​ໄປ​ໃນ​ວັນ​ທີ 18/5 ຢູ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ຣັ່ງ. ບົດ​ຂຽນ​ໄດ້​ຊີ້​ແຈ້ງ​ບັນ​ດາ​ການ​ຜັນ​ແປ​ໃນ​ໄລ​ຍະມໍ່ໆ​ມານີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ​ນັບ​ແຕ່​ປີ 2014, ຈີນ​ໄດ້​ຖະ​ແຫຼງ​ເຂດ​ປ​້ອງ​ກັນ​ອາ​ກາດ (ADIZ) ໃນ​ເຂດ​ທະ​ເລ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ກັບ​ ຍີ່​ປຸ່ນ ພຽງ​ລຳ​ພັງ​ຝ່າຍ​ດຽວ, ກໍ່​ຄື​ເລື່ອງ​ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981. ສິ່ງ​ດັ່ງ​ກ່​າວ​ເຮັດ​ໃຫ້​​ສະ​ພາບ​ການ​ຢູ່​ທີ່ນີ້ເຄັ່ງ​ຕຶງ​​ຂຶ້ນ​ຕື່ມ ​ພ້ອມ​ກັນ​ນັ້ນ, ​ຄວາມ​ສາ​ມາດ​ດ້ານ​ການ​ທະ​ຫານ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນກໍ່​ເພີ່ມ​ຂຶ້ນ​ເພື່ອ​ແນ​ໃສ່​ຄັດ​ຄ້ານ​ຄຳ​ຮຽກ​ສິດ​ຂອ​ງ​ຈີນ.

ຂ່າວ/ບົດ​ອື່ນ