ກອງປະຊຸມສຳມະນາສາກົນກ່ຽວກັບບົດບາດຂອງຫວຽດນາມຢູ່ອາຊີ-ເອີລົບ

(VOVWORLD) -ບັນດານັກຊ່ຽວຊານ, ນັກຮຽນຮູ້ ໄດ້ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ກໍ່ຄືບົດບາດ, ການປະກອບສ່ວນຂອງຫວຽດນາມ ຕໍ່ປະຊາຄົມສາກົນ
ກອງປະຊຸມສຳມະນາສາກົນກ່ຽວກັບບົດບາດຂອງຫວຽດນາມຢູ່ອາຊີ-ເອີລົບ - ảnh 1ກອງປະຊຸມສຳມະນາສາກົນທາງອອນລາຍ
(ພາບ: TTXVN)

ວັນທີ 06 ເມສາ, ຢູ່ ມົດສະກູ, ສະຫະພັນລັດເຊຍ, ສະພາບັນດາຊົນເຜົ່າອາຊີ-ເອີລົບ (APE) ໄດ້ຈັດກອງປະຊຸມສຳມະນາສາກົນທາງອອນລາຍ ດ້ວຍຫົວຂໍ້ວ່າ “ການພົວພັນຄູ່ຮ່ວມມືອາຊີ - ເອີລົບ ເປີດກວ້າງ - ບົດບາດຂອງ ຫວຽດນາມ ໃນການສ້າງຕັ້ງບັນດາຂໍ້ລິເລີ່ມຍຸດທະສາດໃໝ່”. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ ໄດ້ຕີລາຄາສູງການພັດທະນາຢ່າງຂະຫຍັນຂັນເຄື່ອນ, ກໍ່ຄືບົດບາດ, ການປະກອບສ່ວນຂອງຫວຽດນາມ ຕໍ່ປະຊາຄົມສາກົນ; ໄຈ້ແຍກກ່ຽວກັບຄວາມສາມາດເຊື່ອມຕໍ່ບັນດາໂຄງການ ແລະ ຂໍ້ລິເລີ່ມພັດທະນາ, ກໍ່ຄືເພີ່ມທະວີການພົວພັນຄູ່ຮ່ວມມື, ການທູດປະຊາຊົນຢູ່ພາກພື້ນອາຊີ-ເອີລົບ. ທ່ານນາງປະທານສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫງວຽນເຟືອງງາ ໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບບັນດາເປົ້າໝາຍ ແລະ ວິໄສທັດເຊິ່ງໄດ້ຍົກອອກມາໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ໃນນັ້ນມີເລື່ອງ ນຳປະເທດຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ ມີລາຍຮັບສູງ, ຕາມການກຳນົດສັງຄົມນິຍົມຮອດກາງສະຕະວັດທີ XXI.

        ທີ່ກອງປະຊຸມສຳມະນາ, ບັນດານັກບັນລະຍາຍໄດ້ຕີລາຄາເລື່ອງຜັນຂະຫຍາຍການພົວພັນອາຊີ - ເອີລົບ ໃນຂອບເຂດບັນດາຂໍ້ລິເລີ່ມທາງດ້ານເສດຖະກິດ, ການເຊື່ອມໂຍງ ແລະ ພົວພັນແລກປ່ຽນປະຊາຊົນ, ເນັ້ນໜັກເຖິງບົດບາດຂອງຫວຽດນາມ ໃນການເຊື່ອມຕໍ່ສະຫະພັນເສດຖະກິດອາຊີ - ເອີລົບ ກັບບັນດາປະເທດຄູ່ຮ່ວມມື ແລະ ບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ