ກອງປະຊຸມສຳມະນາ“ຫວຽດນາມພາຍຫລັງ30ປີແຫ່ງການປ່ຽນໃໝ່”ຢູ່ນອກແວ

ກອງປະຊຸມສຳມະນາ“ຫວຽດນາມພາຍຫລັງ30ປີແຫ່ງການປ່ຽນໃໝ່”ຢູ່ນອກແວ - ảnh 1
ກອງປະຊຸມສຳມະນາ“ຫວຽດນາມພາຍຫລັງ
30ປີແຫ່ງການປ່ຽນໃໝ່”ຢູ່ນອກແວ
(ພາບ: TTXVN)

(vovworld) – ​ ​ ຕອນ​ບ່າຍ​ວັນ​ທີ 09/06 ຢູ່​ນະຄອນຫລວງ Oslo, ​ໃນ​ຂອບ​ເຂດການ​ໄປ​ປະຕິບັດ​ງານ​ຢູ່ ນອກ​ແວ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​​ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ “30 ປີ​ພາຍຫລັງ​ການປ່ຽນ​ໃໝ່, ຜົນງານ ​ແລະ ​ແງ່​ຫວັງ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ​ຢູ່ ຫວຽດນາມ” ​ໂດຍ​ສະຖານທູດ ຫວຽດນາມ ປະຈຳ ນອກ​ແວ ສົມທົບ​ກັນ​ຈັດ​ຕັ້ງ.

        ທີ່​ກອງ​ປະຊຸ​ມສຳ​ມະ​ນາ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ຫງວຽນ​ທ້ຽນ​ເຍີນ ​ແນະນຳ​ບັນດາ​ຜົນງານ​ໂດຍ​ພື້ນຖານ​ຂອງ ຫວຽດນາມ ພາຍຫລັງ 30ປີ​ແຫ່ງ​ການປ່ຽນ​ໃໝ່ ​ແລະ ຢືນຢັນ​ວ່າ ຫວຽດນາມ ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ພາລະກິດ​ຫັນ​ປະ​ເທດຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ຕາມ​ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ແລ້ວ, ຜ່ານ​ 30 ປີ​ແຫ່ງການປ່ຽນ​ໃໝ່, ການ​ເຕີບ​ໂຕ​ເສດຖະກິດ​​ໄດ້​​ຕິດ​ພັນ​ຢ່າງ​ກົມກຽວ​ກັບ​ການ​ພັດທະນາ​ວັດທະນະທຳ, ການກໍ່ສ້າງ​ມະນຸດ, ຄວາມກ້າວໜ້າ ​ແລະ ຍຸຕິ​ທຳ​ສັງຄົມ, ການປົກ​ປັກ​ຮັກສາ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໂດຍ​ເປັນ​ພື້ນຖານ. ​ກ້າວ​ເຂົ້າ​ສູ່​ໄລຍະ 2016 – 2020, ​ເສດຖະກິດ​ມະຫາ​ພາກ​ຂອງ ຫວຽດນາມ ​ເປັນ​ປົກກະຕິ, ​ເຊື່ອ​ມ​ໂຍງ​ກັບ​ທົ່ວ​ໂລກ ​ແລະ ພາກ​ພື້ນ ​ເພື່ອສ​້າງ ກາລະ​ໂອກາດ​​ເພື່ອເປີດ​ກ້ວາງ​​ຕະຫລາດ ​ແລະ ດຶງ​ດູດ​ການ​ລົງທຶນ, ລະບອບ​ເສດຖະກິດ​​ໄດ້ຮັບ​ການ​ປັບປຸງງ​ສົມບູນ​ແບບ, ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ໄດ້ຮັບ​ການ​ຟື້ນ​ຕົວ ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ຂອງ​ຕະຫລາດ​ໄດ້​ຮັບ​ການ​ປັບປຸງ…​ໝັ້ນ​ໝາຍ​ຈະ​ເປີດ​ແງ່​ຫວັງ​ໃຫ້​​ແກ່ໄລຍະ​ພັດທະນາ​ໃໝ່​ຂອງ​ພື້ນ​ຖານ​ເສດຖະກິດ​ພັດທະນາ​ແບບ​ຍືນ​ຍົງ.

 

ຂ່າວ/ບົດ​ອື່ນ