ກອງປະຊຸມສຳມະນາ“ແນະນຳ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່” ຢູ່ Turin (ປະເທດອີຕາລີ)

ກອງປະຊຸມສຳມະນາ“ແນະນຳ ຫວຽດນາມ ພາຍຫຼັງ 30 ປີແຫ່ງການປ່ຽນໃໝ່” ຢູ່ Turin (ປະເທດອີຕາລີ) - ảnh 1
ກອງປະຊຸມສຳມະນາຢູ່ Turin

(vovworld) – ກອງ​ປະຊຸມສຳ​ມະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ, ພື້ນຖານ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ມຸ່ງ​ໄປ​ເຖິງ​ອະນາຄົດ/ ​ໂສມ​ໜ້າ​ພາຍຫຼັງ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່” ຫາ​ກໍ່​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນະຄອນ Turin, ​ເມືອງ​ເອກ​ຂອງ​ເຂດ Piedmont, ພາກ​ເໜືອ​ປະ​ເທດ ອີ​ຕາ​ລີ, ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ເພື່ອນ​ມິດ ອີ​ຕາ​ລີ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕົ້ນຕໍ​ໃນ​ບັນດາ​ເຫດການ​ວັນ ຫວຽດນາມ ຢູ່ Turin ​ໂດຍ​ສູນ​ຄົ້ນ​ຄ້ວາ ຫວຽດນາມ, ສະມາຄົມ ອີ​ຕາ​ລີ - ຫວຽດນາມ, ຫ້ອງການ​ການ​ຄ້າ ອີ​ຕາ​ລີ - ຫວຽດນາມ ​ແລະ ຫ້ອງ​ການ​ການ​ຄ້າ, ອຸດສາຫະກຳ ​ແລະ ກະສິກຳ Turin ສົມທົບ​ກັນ​ຈັດ​ຕັ້ງ. ກອງ​ປະຊຸມ​ສຳ​ມະ​ນາບໍ່​ພຽງ​ແຕ່​​ແນະນຳ​ກ່ຽວ​ກັບ​ບາງ​ຮູບ​ພາບ​ໃໝ່​ຢູ່ ຫວຽດນາມ, ຜ່ານ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ແລກປ່ຽນ​ໃນກອງ​ປະຊຸມ​ສຳ​ມະ​ນາ​ເທົ່າ​ນັ້ນ, ຫາກຄະນະ​ຈັດ​ຕັ້ງຍັງ​ແນະນຳ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ລົງທຶນ, ການ​ຄ້າ, ທ່າ​ໄດ້​ປຽບ​ໃນການ​​ແກ່ງ​ແຍ້​ງຂອງ ຫວຽດນາມ ​​ເມື່ອ​ທຽບ​ໃສ່​ພາກ​ພື້ນ ​ແລະ ​ໃນ​ໂລກ. ກໍ່​ໃນ​ຂອບ​ເຂດ​ເຫດການ​ວັນ ຫວຽດນາມ ຢູ່ Turin, ງານ​ວາງສະ​ແດງ​ກ່ຽວ​ກັບ​ເຄື່ອງດົນຕີ​ພື້​ນ​ເມືອງ​ຂອງ ຫວຽດນາມ ຢູ່ ຫໍພິພິທະ​ພັນ​ສິລະ​ປະ​ນະຄອນ Turin ກໍ່​ຄື​ງານ​ວາງສະ​ແດງ​ຮູບ​ພາບ ຫວຽດນາມ ອາຫານ​ການ​ກິນ ຫວຽດນາມ ກໍ່​ໄດ້​ແນະນຳ​ຢູ່​ສະຖານ​ທີ່​ສະ​ແດງ​ສິລະ​ປະ​ຫຼາຍ​​ແຫ່ງ​ຢູ່​ນະຄອນ Turin. ສິ່ງ​ດັ່ງກ່າວ​ໄດ້​ປະກອບ​ໂຄສະນາ​ສີສັນ​ວັດທະນະທຳ ຫວຽດນາມ ​​ເຖິງແຂກ​ທ່ອງ​ທ່ຽວ. 


ຂ່າວ/ບົດ​ອື່ນ