ກອງ​ປະ​ຊຸມເຈ​ລະ​ຈາ Shangri-La 2023: ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ເພື່ອ​ຄວາມໝັ້ນຄົງ, ສະ​ຖຽນ​ລະ​ພາບ​ຂອງ​ ອາ​ຊີ - ປາ​ຊີ​ຟິກ

(VOVWORLD) - ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanesse  ແມ່ນນັກຮຽນຮູ້ຫຼັກດ້ວຍບົດປະກອບຄຳເຫັນໄຂກອງປະຊຸມເຈລະຈາ Shangri – La 2023 ໃນຕອນຄ່ຳວັນທີ 2 ມິຖຸນາ.
ກອງ​ປະ​ຊຸມເຈ​ລະ​ຈາ Shangri-La 2023: ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື​ເພື່ອ​ຄວາມໝັ້ນຄົງ, ສະ​ຖຽນ​ລະ​ພາບ​ຂອງ​ ອາ​ຊີ - ປາ​ຊີ​ຟິກ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສິງກະໂປ Ng Eng Henກ່າວຄຳເຫັນທີ່ກອງປະຊຸມເຈລະຈາShangri-La 2022 (ພາບ: mindef.gov.sg )

ກອງປະຊຸມເຈລະຈາ Shangri-La ຄັ້ງທີ 20 ໄດ້ດຳເນີນໃນລະຫວ່າງວັນທີ 2 ມິຖຸນາ ຫາວັນທີ 4 ມິຖຸນາ ຢູ່ ສິງກະໂປ, ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ເຈົ້າໜ້າທີ່ອາວຸໂສ, ນັກທຸລະກິດ ແລະ ນັກຮຽນຮູ້ ກ່ວາ 500 ທ່ານທີ່ມາຈາກ ກ່ວາ 40 ປະເທດ ແລະ ເຂດແຂວ້ນ. ກອງປະຊຸມນີ້ຍັງໄດ້ເອີ້ນວ່າ ກອງປະຊຸມຂັ້ນສູງຄວາມໝັ້ນຄົງໃນພາກພື້ນອາຊີ, ກອງປະຊຸມເຈລະຈາ Shangri – La ສ້າງກາລະໂອກາດປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍຄວາມໝັ້ນຄົງຢ່າງຮີບດ່ວນ ແລະ ບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຂອງພາກພື້ນ ແລະ ທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanesse  ແມ່ນນັກຮຽນຮູ້ຫຼັກດ້ວຍບົດປະກອບຄຳເຫັນໄຂກອງປະຊຸມເຈລະຈາ Shangri – La 2023 ໃນຕອນຄ່ຳວັນທີ 2 ມິຖຸນາ. ເວທີປາໄສປີນີ້ຈະແມ່ນກາລະໂອກາດເພື່ອໃຫ້ການນຳອົດສະຕາລີ ຍົກອອກທັດສະນະກ່ຽວກັບການແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງ ຢູ່ພາກພື້ນ ແລະ ວິໄສທັດກ່ຽວກັບອາຊີ - ປາຊີຟິກ ທີ່ສະຖຽນລະພາບ, ສັນຕິພາບ, ອົງອາດກ້າຫານ ແລະ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ