ກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະສິກໍາ - ປ່າໄມ້ ອາຊຽນ

(VOVWORLD) -ຕອນເຊົ້າວັນທີ 8 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງກະສິກໍາ ແລະ ພັດທະນາຊົນລະບົດຫວຽດນາມ ໄດ້ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ກະສິກໍາ -ປ່າໄມ້ ອາຊຽນ.

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງກະສິກໍາ - ປ່າໄມ້ ອາຊຽນ - ảnh 1ທ່ານລັດຖະມົນຕີການກະຊວງກະສິກໍາ ແລະ ພັດທະນາຊົນລະບົດ ຫວຽດນາມ ຫງວຽນແມ້ງເກືອງ ກ່າວຄໍາເຫັນໄຂກອງປະຊຸມ (ພາບ:TTXVN)

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານລັດຖະມົນຕີການກະຊວງກະສິກໍາ ແລະ ພັດທະນາຊົນລະບົດ ຫວຽດນາມ ຫງວຽນແມ້ງເກືອງ ໄດ້ເນັ້ນໜັກເຖິງບົດບາດເປັນປະເທດເຈົ້າພາບ ແລະ ເປັນປະທານກອງປະຊຸມລັດຖະມົນຕີກະສິກໍາ-ປ່າໄມ້ ອາຊຽນໄລຍະ 2018 – 2019, ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາປະເທດສະມາຊິກ ແລະ ຄະນະເລຂາ ອາຊຽນ ໃນວິວັດການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມື ເພື່ອແນໃສ່ຍົກສູງກໍາລັງຄວາມສາມາດໃນການແກ້ງແຍ້ງຂອງອາຊຽນ, ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງໃນຂະແໜງກະສິກໍາ, ທ່ານກ່າວວ່າ:

        “ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ຫາກໍໄດ້ຍົກອອກມານັ້ນ ຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນຂອງພາກພື້ນກວ່າອີກ. ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃນແຕ່ລະປະເທດສະມາຊິກ ກໍຄືທັງສະຫະສະມາຄົມ ຕ້ອງມີບັນດາຄໍາໝັ້້ນສັນຍາທີ່ແຂງແຮງ ແລະ ການລົງທຶນທີ່ສົມເຫດສົມຜົນໃຫ້ແກ່ການພັດທະນາກະສິກໍາ ອາຊຽນ, ວາງອອກບັນດາວິທີແກ້ໄຂ ແລະບາດກ້າວເດີນທີ່ເໝະສົມ ເພື່ອຫັນບັນດາເປົ້າໝາຍໃຫ້ປະກົດຜົນເປັນຈິງ, ຫັນບັນດາສິ່ງທ້າທາຍກາຍເປັນກາລະໂອກາດ”.

        ທ່ານລັດຖະມົນຕີ ຫງວຽນຊວນເກືອງ ສະແດງຄວາມປາດຖະໜາວ່າ ປະຊາຄົມອາຊຽນ ພ້ອມກັນປຶກສາຫາລື ແລະ ເປັນເອກະພາບກັນໃນບັນດາບັນຫາບຸລິມະສິດລວມຂອງພາກພື້ນ ກ່ຽວຂ້ອງເຖິງການຮ່ວມມືໃນຂົງເຂດກະສິກໍາ, ປ່າໄມ້, ການປະມົງ... ປະກອບສ່ວນເຂົ້າໃນການປະຕິບັດວິໄສທັດປະຊາຄົມ ອາຊຽນ ແລະ ແຜນການຍຸດທະສາດຮ່ວມມືອາຊຽນ ກ່ຽວກັບສະບຽງອາຫານ ແລະ ກະສິກໍາ-ປ່າໄມ້ ໄລຍະ 2016 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ