ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018

(VOVWORLD) - ກອງປະຊຸມ WEF ASEAN ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງປະເທດຊາດໃນປີ 2018.

ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018) ດ້ວຍຫົວຂໍ້ “ນ້ຳໃຈຂອງວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4” ຈະຈັດຕັ້ງແຕ່ວັນທີ 11 – 13 ກັນຍາ ຢູ່ສູນກອງປະຊຸມແຫ່ງຊາດ.

        ກ່າວຄຳເຫັນທີ່ກອງປະຊຸມຄັ້ງທີ 1 ຄະນະຈັດຕັ້ງກອງປະຊຸມໃນວັນທີ 3 ພຶດສະພາ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຈັດຕັ້ງກອງປະຊຸມໄດ້ເນັ້ນໜັກວ່າ: ກອງປະຊຸມ WEF ASEAN ແມ່ນໜຶ່ງໃນບັນດາການເຄື່ອນໄຫວພົວພັນຕ່າງປະເທດສຳຄັນຂອງປະເທດຊາດໃນປີ 2018. ກອງປະຊຸມຄັ້ງນີ້ ໄດ້ຈັດຕັ້ງຢູ່ ຫວຽດນາມ ແມ່ນເພື່ອແນໃສ່ປັບປຸງ, ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ກ່ວາອີກ, ໂຄສະນາ ຫວຽດນາມ ເຖິງບັນດາວິສາຫະກິດແຖວໜ້າໃນໂລກ, ສ້າງກາລະໂອກາດກຳແໜ້ນທ່າອ່ຽງແຫ່ງການພັດທະນາຂອງໂລກ ແລະ ພາກພື້ນ.

        ກອງປະຊຸມ WEF ASEAN, ກ່ອນນີ້ແມ່ນກອງປະຊຸມ WEF ອາຊີຕາເວັນອອກ, ແມ່ນເວທີປາໄສຂະໜາດໃຫຍ່ ແລະ ມີອິດທິພົນຊື່ສຽງໃນພາກພື້ນ, ດຶງດູດການເຂົ້າຮ່ວມຂອງການນຳຫຼາຍປະເທດທັງຢູ່ໃນ ແລະ ນອກພາກພື້ນ, ມີຫຼາຍອົງການຈັດຕັ້ງສາກົນໃຫຍ່ ແລະ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງໂລກເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ