ກອງປະຊຸມໂອ້ລົມສົນທະນາສື່ມວນຊົນສະຫລຸບປີປະທານ ອາຊຽນ ແລະ ແຜນການໂຄສະນາອາຊຽນ 2021 – 2025

(VOVWORLD) -  ວັນທີ 18 ທັນວາ, ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ - ອົງການປະຈຳການຄະນະຊີ້ນຳຖະແຫຼງຂ່າວໂຄສະນາ ອາຊຽນ ໄດ້ຈັດຕັ້ງກອງປະຊຸມໂອ້ລົມສົນທະນາ ສື່ມວນຊົນສະຫລຸບປີປະທານອາຊຽນ 2020 ແລະ ແຜນການໂຄສະນາອາຊຽນໄລຍະ 2021 – 2025 ດ້ວຍພາລະກຳຖະແຫຼງຂ່າວ-ສື່ສານຮ່ວມເດີນທາງພ້ອມກັບ 3 ເສົາຄ້ຳ ອາຊຽນ.
ກອງປະຊຸມໂອ້ລົມສົນທະນາສື່ມວນຊົນສະຫລຸບປີປະທານ ອາຊຽນ ແລະ ແຜນການໂຄສະນາອາຊຽນ 2021 – 2025 - ảnh 1 ກອງປະຊຸມໂອ້ລົມສົນທະນາສື່ມວນຊົນສະຫລຸບປີປະທານ ອາຊຽນ ແລະ ແຜນການໂຄສະນາອາຊຽນ 2021 – 2025 

        ກ່າວຄຳເຫັນທີ່ກອງປະຊຸມໂອ້ລົມສົນທະນາ, ທ່ານ ຈ້ຽວມິງລອງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໃຫ້ຮູ້ວ່າ, ປີປະທານ ອາຊຽນ 2020 ບັນລຸໄດ້ບັນດາຜົນສຳເລັດຢ່າງໃຫຍ່ຫລວງ, ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫລາຍຢ່າງກໍ່ຕາມ, ພິເສດແມ່ນໂລກລະບາດໂຄວິດ-19. ໃນຜົນສຳເລັດລວມນັ້ນ ມີການຮ່ວມເດີນທາງຂອງບັນດາອົງການສື່ມວນຊົນ. ທີ່ກອງປະຊຸມໂອ້ລົມສົນທະນາ, ນັກບັນລະຍາຍໄດ້ແລກປ່ຽນກັບນັກຂ່າວ, ບັນນາທິການຂອງອົງການສື່ມວນຊົນກ່ຽວກັບໝາກຜົນຕົ້ນຕໍຂອງປີອາຊຽນ 2020, ກຳນົດທິດໂຄສະນາໃນໄລຍະ 2021 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ