ກອງປະຊຸມໃຫຍ່ ASOSAI 13 ຢູ່ມາເລເຊຍ

ກອງປະຊຸມໃຫຍ່ ASOSAI 13 ຢູ່ມາເລເຊຍ - ảnh 1
ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ບັນດາ​ອົງການ​ກວດ​ສອບ​ສູງ​ສຸດ​ອາຊີ
(ພາບ: vietnamplus.vn)

(vovworld) –​ ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ 13 ຂອງ​ບັນດາ​ອົງການ​ກວດ​ສອບ​ສູງ​ສຸດ​ອາຊີ (ASOSAI 13) ຫາ​ກໍ່​ດຳ​ເນີນ​ຢູ່​ນະຄອນຫຼວງ​ກົວ​ລາ​ລຳ​ເປີ, ປະ​ເທດ​ອິນ​ໂດ​ເນ​ເຊຍ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 180 ຄົນ​ທີ່​ມາ​ຈາກ​ບັນດາ​ອົງການ​ກວດ​ສອບ​ສູງ​ສຸດ (SAI) ຂອງ 40 ປະ​ເທດ​ໃນ​ໂລກ. ຄະນະ​ຜູ້​ແທນ​ຫວຽດນາມ​ ໂດຍ​ທ່ານ ດ່ວານ​ຊວນ​ຕຽນ, ຮອງ​ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ, ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່. ຄະນະ​ຜູ້​ແທນ​ຫວຽດນາມ​ ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ ​ແລະ ​ເນື້ອ​ໃນ​ຕ່າງໆ​ຂອງ​ກອງ​ປະຊຸມ​ໃຫຍ່ ASOSAI 13 ຢ່າງ​ຕັ້ງໜ້າ. ຫວຽດນາມ​ ແມ່ນໜຶ່ງ​ໃນ​ຈຳນວນ 4 SAI ​ໄດ້​ລາຍ​ງານ​ບົດ​ປະກອບ​ຄວາມ​ເຫັນ​ທີ່​ກອງ​ປະຊຸມຫົວ​ເລື່ອງ​ສະ​ເພາະ​ຄັ້ງ​ທີ 6 ກ່ຽວ​ກັບ​ການ​ຊຸກຍູ້​ເຕັກ​ໂນ​ໂລ​ຢີ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ກວດ​ສອບ ​ແນ​ໃສ່​ຊ່ວຍ SAI ​ແບ່ງປັນ​ບົດຮຽນ​ໃນ​ການ​ພັດທະນາ​ເຕັກ​ໂນ​ໂລ​ຢີ​ເວົ້າ​ລວມ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ​ເວົ້າ​ສະ​ເພາະ​ໃນ​ການ​ເຄື່ອນ​ໄຫວ​ກວດ​ສອບ, ​ເພື່ອ​ປະກອບສ່ວນ​ກວ່າ​ອີກ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ລັດ ກໍ່​ຄື​ຄຸ້ມ​ຄອງ​ການ​ເງິນ​ແຫ່ງ​ຊາດ. ຢູ່​ນອກ​ກອງ​ປະຊຸມ​ໃຫຍ່, ຄະນະ​ຜູ້​ແທນ​ຫວຽດນາມ​ ກໍ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ອື່ນໆ​ອີກ. ​ໃນ​ຖານະ​ເປັນ​ປະທານ​ຄະນະ​ກຳມະການ​ແຜນການ​ຍຸດ​ທະ​ສາດ, SAI ຫວຽດນາມ​ໄດ້​ຮັບຮອງ​ເອົາ​ບົດ​ລາຍ​ງານ​ລະບົບ​ຕິດຕາມ​ກວດກາ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການ ​ແລະ ASEANSAI ​ເຖິງ​ໝົດ​ອະ​ຍຸ​ການ. ນອກ​ນັ້ນ SAI ຫວຽດນາມ​ ພ້ອມ​ກັບ SAI ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຫັນ​ດີ ​ແລະ ລົງ​ນາມ​ປັບປຸງ​ບາງ​ມາດຕາ​ຂໍ້​ຕົກລົງ​ລະຫວ່າງ 3 ປະ​ເທດ​ໃນ​ການ​ຮ່ວມ​ມື, ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ​ແບ່ງປັນ​ບົດຮຽນ​ລະຫວ່າງ SAI 3 ປະ​ເທດ.

        ຮອງ​ຫົວໜ້າ​ອົງການ​ກວດ​ສອບ​ແຫ່ງ​ລັດ ດ່ວານ​ຊວນ​ຕຽນ, ​ໃຫ້​ຮູ້​ວ່າ, ກອງ​ປະຊຸມ​ໃຫຍ່​ໄດ້​ເຫັນ​ດີ ​ແລະ ຮັບຮອງ​ເອົາ​ເລືອ​ງອົງການ​ກວດ​ສອບ​ແຫ່ງ​ລັດ​ຫວຽດນາມ​ເປັນ​ເຈົ້າພາບ​ຈັດ ASOSAI ຄັ້ງ​ທີ 14 ຢູ່​ຮ່າ​ໂນ້ຍ​ໃນ​ປີ 2018, ທັງ​​ເປັນ​ປະ​ເທດ​ປະທານ ASOSAI ອາຍຸ​ການ 2018-2021.

       

ຂ່າວ/ບົດ​ອື່ນ