ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​​ຄະ​ນະ​ກຳ​ມະ​ບານ ຫວຽດ​ນາມ ວາງ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ງານ ຢ່າງ​ແທດ​ຈິງ

(VOVWORLD) - ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງ ອົງການກຳມະບານ ຫວຽດນາມ, ກຳນົດເປົ້າໝາຍ, ໜ້າທີ່ອາຍຸການ 2023 – 2028, ເລືອກຕັ້ງຄະນະບໍລິຫານງານສະຫະພັນໃຫຍ່ ແຮງງານ ຫວຽດນາມ ຊຸດທີ XIII.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​​ຄະ​ນະ​ກຳ​ມະ​ບານ ຫວຽດ​ນາມ ວາງ​ອອກ​ບັນ​ດາ​ນະ​ໂຍ​ບາຍ​ຊີ້​ຂາດກ່ຽວ​ກັບ​ການ​ເບິ່ງ​ແຍງ​ດູ​ແລ​ໃຫ້​ແກ່​ຄົນ​ງານ ຢ່າງ​ແທດ​ຈິງ - ảnh 1ທ່ານນາງ ຫງວຽນຮ່ວາງບາວເຈິນ ຮອງປະທານສະຫະພັນແຮງງານແຂວງ ບິ່ງເຢືອງ

ກອງປະຊຸມໃຫຍ່ຄັ້ງທີ XIII ຂອງອົງການກຳມະບານ ຫວຽດນາມ ອາຍຸການ 2023 – 2028 ດ້ວຍທິດນຳທີ່ວ່າ “ການປ່ຽນແປງໃໝ່ - ປະຊາທິປະໄຕ - ສາມັກຄີ - ພັດທະນາ” ດຳເນີນແຕ່ວັນທີ 1 – 3 ທັນວາ, ຢູ່ຮ່າໂນ້ຍ. ເຂົ້າຮ່ວມກອງປະຊຸມໃຫຍ່ມີຜູ້ແທນກ່ວາ 1 ພັນຄົນ, ຕາງໜ້າໃຫ້ແກ່ສະມາຊິກກຳມະບານ ກ່ວາ 11 ລ້ານຄົນ ໃນທົ່ວປະເທດ. ນີ້ແມ່ນເຫດການສຳຄັນ ຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານ ເປີດສາກໃຫ້ແກ່ໄລຍະພັດທະນາໃໝ່ຂອງອົງການກຳມະບານ.

ກອງປະຊຸມໃຫຍ່ມີໜ້າທີ່ຕີລາຄາໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງ ອົງການກຳມະບານ ຫວຽດນາມ, ກຳນົດເປົ້າໝາຍ, ໜ້າທີ່ອາຍຸການ 2023 – 2028, ເລືອກຕັ້ງຄະນະບໍລິຫານງານສະຫະພັນໃຫຍ່ ແຮງງານ ຫວຽດນາມ ຊຸດທີ XIII. ເຂົ້າຮ່ວມກອງປະຊຸມ, ທ່ານນາງ ຫງວຽນທິທູຖຸຍ, ປະທານສະຫະພັນ ແຮງງາານ ແຂວງ ຕວຽນກວາງ ສະແດງຄວາມມຸ່ງຫວັງວ່າ:

ນີ້ແມ່ນກອງປະຊຸມໃຫຍ່ເພື່ອຄົນງານ ດັ່ງນັ້ນ ຈະມີນະໂຍບາຍຊີ້ຂາດສຳຄັນຫຼາຍສະບັບ ສືບຕໍ່ໄດ້ຮັບການປ່ຽນແປງເນື້ອໃນ ວິທີການເຄື່ອນໄຫວ ເພື່ອໃຫ້ເໝາະສົມກັບສະພາບການໃໝ່, ເປັນຕົ້ນແມ່ນບັນດານະໂຍບາຍຊີ້ຂາດ ດີກ່ວາໃນການເບິ່ງແຍງດູແລ, ປົກປ້ອງສິດ, ຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງຄົນງານ.

ຕອບກັບ

ຂ່າວ/ບົດ​ອື່ນ