ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສິລະປິນຟ້ອນຫວຽດນາມຄັ້ງທີ6

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສິລະປິນຟ້ອນຫວຽດນາມຄັ້ງທີ6 - ảnh 1
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ
ສະມາຄົມນັກສິລະປິນຟ້ອນຫວຽດນາມ ຄັ້ງທີ 6
(ພາບ: laodong.com.vn)


​(vovworld) - ຕອນ​ເຊົ້າ​ວັນ​ທີ 27/06, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ເຫັນ​ທີ່​ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມນັກສິລະປິນຟ້ອນ ຫວຽດນາມ ຄັ້ງທີ 6, ອາຍຸ​ການ 2015 – 2020. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງສະມາຄົມ​ນັກສິລະປິນຟ້ອນຫວຽດນາມ ບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ; ຢືນຢັນ​ວ່າ ສິລະ​ປະຟ້ອນ​ຫວຽດນາມ ​ໄດ້​ສ່ອງ​​ແສງ​ບັນດາ​ຈຸດ​ພົ້ນ​ເດັ່ນຂອງ 54 ຊົນ​ເຜົ່າ​ອ້າຍນ້ອງ, ປະກອບສ່ວນສ້າງ​​ເປັນ​ພື້ນຖານສີສັນ​ວັດທະນະ​ທຳຫວຽດນາມ.

      ທີ່​ກອງ​ປະຊຸມ​ໃຫຍ່, ຜູ້​ແທນ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ຄື: ຊຸກຍູ້​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ທິດ​ສະ​ດີ, ຍົກ​ສູງ​ຄຸນ​ນະພາ​ບການ​ບຳ​ລຸງ​ສ້າງ​ໄວ​ໜຸ່ມທີ່​ມີ​ຄວາມ​ເກັ່ງ​ກ້າ​ສາມາດ. ພິ​ເສດ​ແມ່ນ​ຕ້ອງຍູ້​​ແຮງການ​ພົວພັນ​, ແລກປ່ຽນ​ບົດຮຽນກັບ​ບັນດາ​ປະ​ເທດ​ໃນ​ກຸ່ມ​ອາ​ຊຽນ ກໍ່​ຄື​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​​ໂລກ.

ຂ່າວ/ບົດ​ອື່ນ