ກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່າຢາງ

ກອງປະຊຸມໃຫຍ່ອົງຄະນະພັກແຂວງຮ່າຢາງ - ảnh 1
(ກອງ​ປະຊຸມ​ໃຫຍ່​ອົງຄະນະ​ພັກ​ແຂວງ ຮ່າ​ຢາງ ຄັ້ງ​ທີ 16)

(vovworld) – ກອງ​ປະຊຸມ​ໃຫຍ່​ອົງຄະນະ​ພັກ​ແຂວງ ຮ່າ​ຢາງ ຄັ້ງ​ທີ 16 ​ໄລຍະ 2015 – 2020 ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/9 ຢູ່​ນະຄອນ ຮ່າ​ຢາງ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງ ຮ່າ​ທິຄ໋ຽດ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍປະຊາຊົນ​ສູນ​ກາງ, ​ໄດ້ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ກອງ​ປະຊຸມ​ໃຫຍ່​ອົງ​ຄະນະ​ພັກ​​ແຂວງ ຮ່າ​ຢາງ ຄັ້ງ​ນີ້ ຈະ​ສ້າງ​ບາດກ້າວ​ພັດທະນາ​ໃໝ່, ກ້າວ​ຂຶ້ນ​ຢ່າງ​ແຂງ​ແຮງ ​ແລະ ຮອບດ້ານ​ກ່ວາ​ອີກ, ທ່ານ​ນາງ ຮ່າ​ທິຄ໋ຽດ ສະ​ເໜີ​ແຂວງ ຮ່າ​ຢາງ ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ​ຮອບດ້ານ​ຂອງ​ພັກ, ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຄວາມ​ສາມັກ​ຄີ​ທົ່ວ​ປວງ​ຊົນ, ລະ​ດົມ​ກຳລັງ​ແຮງ​ພາຍ​ໃນ​​ໃນ​ໝູ່ປະຊາຊົນ​ເປັນ​ຢ່າງ​ດີ, ນຳ​ໃຊ້​ທຸກ​ແຫຼ່ງກຳລັງ, ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ເພື່ອ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ