ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຜູ້ອາຍຸສູງ-ແບບຢ່າງທີ່ໃສແຈ້ງ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຜູ້ອາຍຸສູງ-ແບບຢ່າງທີ່ໃສແຈ້ງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ມອບຫຼຽນ​ໄຊ​ແຮງ​
ງານ​ຊັ້ນ​ໜຶ່ງ​ໃຫ້​ແກ່​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ຫວຽດ​ນາມ
(ພາບ: Thu Hằng - VOV)

(vovworld) – ຕອ​ນ​ເຊົ້າ​ວັນ​ທີ​ 5/5, ຢູ່ ຮ່າ​ໂນ້ຍ, ສູນ​ກາງ​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາ​ດ “ຜູ້​ອາ​ຍຸ​ສູງ - ແບບ​ຢ່າງ​​ທີ່​ໃສ​ແຈ້ງ” ຄັ້ງ​ທີ 3 ແລະ ສະ​ເຫຼີມ​ສະຫຼອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ມາ​ຄົມ (10/5/1995 - 10/5/2015). ກ່າວ​ຄຳ​ເຫັນ​ນ​ະ​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ເນັ້ນ​ໜັກ​ວ່າ: ພັກ ແລະ ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ, ເພື່ອ​ໃຫ້​ຜູ້​ອາ​ຍຸ​ສູງ​ໄດ້​ຮັບ​ການ​ເຊີດ​ຊູ ແລະ ພິ​ເສດ​ແມ່ນ​ເສີມ​ຂະ​ຫຍາຍໄດ້​ອິດ​ທິ​ພົນ​ຊື່​ສຽງ, ບົດ​ບາດ​ຂອງ​ຜູ້​ອາ​ຍຸ​ສູງ​ທີ່​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ຊີ້​ແຈ້ງວ່າ:

        “ໃນ​ໄລ​ຍະ​ປ່ຽນ​ໃໝ່ ແລ​ະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ນັ້ນ, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເພື່ອ​ແນ​ໃສ່​ເຕົ້າ​ໂຮມ, ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ອັນ​ດີ​ງາມ​ຂອ​ງ​ຊາດ. ຜ່ານ 20 ປີ​ແຫ່ງ​ການ​ພັດ​ທະ​ນາ, ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ ແລະ ຂາດບໍ່​ໄດ້​ໃນ​ການ​ສ້າງ​ກົດ​ໝາຍ, ສ້າງ​ແຜນນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ເວົ້​າ​ລວມ ແລະ ເບິ່ງ​ແຍງ​ດູ​ແລ​ຜູ້​ອາ​ຍຸ​ສູງ​ເວົ້າ​ສະ​ເພາະ. ສະ​ມາ​ຄົມ​ໄດ້​ປຸກ​ລະ​ດົມ ແລະ ຂົນ​ຂວາຍ​ສະ​ມາ​ຊິກ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຮັກ​ຊາດຫຼາຍ​ຄັ້ງ, ຜ່ານນັ້ນ​ລະ​ດົມ​ກຳ​ລັງ​ໃຈ​ ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຕົນ​ເອງ ແລະ ປະ​ກອບ​ສ່ວນ​ໃຫ້​ແກ່​ວົງ​ຄະ​ນະ​ຍາດ.”

        ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ໄດ້​ມອບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ໃຫ້​ແກ່​ສະ​ມາ​ຄົມ​ຜູ້​ອາ​ຍຸ​ສູງ​ຫວຽດ​ນາມ.


ຂ່າວ/ບົດ​ອື່ນ