ກອນ​ຕຸ​ມສືບຕໍ່ພັດທະນາໃຫ້ໄວ ແລະ ໝັ້ນຄົງກວ່າ

ກອນ​ຕຸ​ມສືບຕໍ່ພັດທະນາໃຫ້ໄວ ແລະ ໝັ້ນຄົງກວ່າ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ເຮັດ​ວຽກ​ຢ​ູ່ກອນ​ຕຸ​ມ
(​ພາບ; TTXVN)


(vovworld) - ຕອນ​ເຊົ້າ​ວັນ​ທີ 14/4, ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງແຂວງ ກອນ​ຕຸ​ມ, ທ່ານ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ປາຖະໜາ​ວ່າ, ກອນ​ຕຸ​ມ ສືບ​ຕໍ່​ປ່ຽນ​ໃໝ່​ຈີນ​ຕະນາ​ການ, ​ແບບ​ວິທີ​ຊີ້​ນຳນຳພາ, ​ແບບ​ແຜນການ​ເຮັດ​ວຽກ, ລະດົມ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ປວງຊົນ, ນຳ ກອນ​ຕຸ​ມ ພັດທະນາ​ຢ່າງໄວ ​ແລະ ​ໝັ້ນຄົງ​ກວ່າ.

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຈາະ​ຈີ້ມ​ວ່າ, ການ​ພັດທະນາ​ເສດຖະກິດ​ດ່ານ​ຊາຍ​ແດນ ກໍ່​ແມ່ນ​ທິດ​ເດີນ​ຂອງ​ແຂວງ ກອນ​ຕຸ​ມ, ​ເພື່ອ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ແຫ່ງ​​ແລກປ່ຽນ​ການ​ຄ້າ​ກັບ​ ລາວ, ກຳປູ​ເຈຍ, ​ໄທ ​ແລະ ມຽນມາ. ທ່ານ​ຍັງ​ໃສ່​ໃຈ​ເປັນ​ພິ​ເສດ​ວ່າ, ກອນ​ຕຸ​ມ ຄວນ​ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ທ່າ​ແຮງ​ຈາກ​ປ່າ, ຊ່ວຍ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ. ຄຽງ​ຂ້າງ​ນັ້ນ, ກອນ​ຕຸ​ມ ຄວນ​ປົກ​ປັກ​ຮັກສາ, ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ກ່ຽວ​ກັບທີ່​ດິນ​ອັນກວ້າງ​ໃຫຍ່​ໃນ​ບໍລິ​ເວນ, ຮັກສາ​ຄວາມ​ໝັ້ນຄົງ​ດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ສັງຄົມ, ​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​​ໃຫ້​ດີ, ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ,​ ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ.


ຕອບກັບ

ຂ່າວ/ບົດ​ອື່ນ