ກະ​ກຽມ​ ພິ​ທີ​ໄຂວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວ​ທົ່ວ​ປະ​ເທດ​ຄັ້ງ​ທີ II ຢ່າງ​ລອບ​ຄອບ

(VOVWORLD) -ເພື່ອແນໃສ່ກະກຽມ ພິທີໄຂວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດຄັ້ງທີ IIຢ່າງລອບຄອບຖີ່ຖ້ວນ, ຕອນຄ່ຳວັນທີ 5 ຕຸລາ, ຢູ່ສະໜາມຫຼວງ ຫວໍງວຽນຢາບ, (ນະຄອນ ທ໊າຍງວຽນ, ແຂວງ ທ໊າຍງວຽນ) ຄະນະຈັດຕັ້ງ ວັນບຸນ ໄດ້ຈັດຕັ້ງການກວດຜ່ານພິທີໄຂ.
ກະ​ກຽມ​ ພິ​ທີ​ໄຂວັນ​ບຸນ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ຢ້າວ​ທົ່ວ​ປະ​ເທດ​ຄັ້ງ​ທີ II ຢ່າງ​ລອບ​ຄອບ - ảnh 1ພາບປະກອບ: TTXVN

ຈຸດເນັ້ນໜັກແມ່ນລາຍການສະແດງສິລະປະດ້ວຍຫົວຂໍ້ “ຄວາມຝັນແຫ່ງຕາເວັນ” ດ້ວຍ 3 ລາຍການ: ປຸກພູຜາໃຫ້ຕື່ມຂຶ້ນ, ຈັງຫວະຂອງພູຜາປ່າໄມ້ ແລະ ບົດເພງເຂດພູສູງ. ລາຍການສະແດງສິລະປະ ມີການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງມະຫາຊົນ 1150 ຄົນ, ໃນນັ້ນມີນັກສິລະປິນ, ນັກສິລະປະກັນ 300 ຄົນແມ່ນມາຈາກຫຼາຍແຂວງ, ນະຄອນໃນທົ່ວປະເທດ. ເນື້ອໃນກໍລະນີສະແດງສິລະປະໄດ້ສ້າງຂຶ້ນຕາມການເວລາສະຫຼັບກັນ ລະຫວ່າງສິລະປະ ແລະ ບັນດາເຫດການຕ່າງໆຂອງວັນບຸນ, ຮູບແບບການສະແດງສິລະປະໄປປະສົມປະສານເປັນຫຼາຍຮູບແບບ.

ວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດຄັ້ງທີ II ໄດ້ດຳເນີນໃນລະຫວ່າງວັນທີ 6 – 8 ຕຸລາ ປີ 2022. ຕາມແຜນການແລ້ວ, ພິທີໄຂວັນບຸນວັດທະນະທຳຊົນເຜົ່າຢ້າວທົ່ວປະເທດຄັ້ງທີ II ຈະດຳເນີນໃນຕອນເວລາ 20 ໂມງຂອງວັນທີ 6 ຕຸລາ 2022, ຢູ່ສະໜາມຫຼວງ ຫວໍງວຽນຢາບ, ນະຄອນທ໊າຍງວຽນ, ແຂວງ ທ໊າຍງວຽນ.

ຕອບກັບ

ຂ່າວ/ບົດ​ອື່ນ