ກະກຽມຈັດຖ້ຽວບິນເພື່ອຊ່ວຍເຫຼືອຊາວ ຫວຽດນາມ ຈາກ ໂປໂລຍ ກັບຄືນປະເທດໂດຍດ່ວນ

(VOVWORLD) -ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ພວມສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ຜັນຂະຫຍາຍຖ້ຽວບິນທີ 2 ເພື່ອຊ່ວຍເຫຼືອຊາວ ຫວຽດນາມ ກັບຄືນປະເທດໃນວັນຈັນ 12 ມີນາ
ກະກຽມຈັດຖ້ຽວບິນເພື່ອຊ່ວຍເຫຼືອຊາວ ຫວຽດນາມ ຈາກ ໂປໂລຍ ກັບຄືນປະເທດໂດຍດ່ວນ - ảnh 1(ຊາວ ຫວຽດນາມ ລີ້ໄພຈາກ ຢູແກຼນ)

ໂດຍສືບຕໍ່ຈາກຖ້ຽວບິນທຳອິດໃນວັນທີ 09 ມີນາ, ນຳສົ່ງຊາວ ຫວຽດນາມ ລີ້ໄພຈາກ ຢູແກຼນ ໄປ ໂປໂລຍ ກັບຄືນປະເທດ, ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ພວມສົມທົບກັບບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ຜັນຂະຫຍາຍຖ້ຽວບິນທີ 2 ເພື່ອຊ່ວຍເຫຼືອຊາວ ຫວຽດນາມ ກັບຄືນປະເທດໃນວັນຈັນ 12 ມີນາ ຈາກສະໜາມບິນ Chopin ນະຄອນຫຼວງ Wasava ຂອງ ໂປໂລຍ. ລັດ ຫວຽດນາມ ເປັນຜູ້ຈ່າຍຄ່າຖ້ຽວບິນນີ້, ໂດຍມອບໃຫ້ບໍລິສັດການບິນ Vietnam Airlines ຜັນຂະຫຍາຍ. ໂດຍອີງໃສ່ບັນຊີທີ່ພໍ່ແມ່ປະຊາຊົນລົງທະບຽນຢາກກັບຄືນປະເທດປະມານ 600 ຄົນ, ສະຖານທູດ ຫວຽດນາມ ໄດ້ກວດກາຢັ້ງຢືນຄວາມຖືກຕ້ອງແມ່ນຊາວ ຫວຽດນາມ ທີ່ລີ້ໄພຈາກ ຢູແກຼນ ໄປ ໂປໂລຍ ມີໃບຢັ້ງຢືນຈ້ຳກາເຂົ້າເມືອງຈາກອົງການທະຫານຊາຍແດນ ໂປໂລຍ ນັບແຕ່ວັນທີ 24 ກຸມພາ ມາຮອດປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ