ກະກຽມຫຼາຍເນື້ອໃນສຳຄັນຂອງກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ13

ກະກຽມຫຼາຍເນື້ອໃນສຳຄັນຂອງກອງປະຊຸມສະໄໝສາມັນເທື່ອທີ9,ສະພາແຫ່ງຊາດຊຸດທີ13 - ảnh 1
ພາບ​ປະ​ກອບ

(vovworld) – ກອງ​ປະ​ຊຸ​ມ​ຄັ້ງ​ທີ 38 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດຊຸດ​ທີ 12 ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ລະ​ຫວ່າງວັນ​ທີ 11 – 15/5, ຢູ່​ຮ່າ​ໂນ້ຍ, ດ້ວຍຫຼາຍ​ເນື້ອ​ໃນ​ສຳ​ຄັນ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13. ຄະ​ນະ​ປະ​ຈຳ​ສະ​ພ​າ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​​ໃສ່​ບົດ​ລາຍ​ງາ​ນ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງລັດ​ປີ 2014, ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ງົບ​ປະ​ມານ​​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2015, ວິ​ທີ​​​ຈັດແບ່ງ​ສ່ວນເກີນ​ລາຍ​ຮັບ​ງົບ​ປະ​ມານ​ສູນ​ກາງ​ປີ 2014, ສະ​ຫລຸບ​ບັນ​ຊີ​ງົບ​ປະ​ມານ​ແຫ່ງ​ລັດ​ປີ 2013. ທີ່ກອງ​ປະ​ຊຸມ​ຄັ້ງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່​ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​​ໃສ່​ໃບ​ສະ​ເໜີ, ແຜນ​ຮ່າງ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ, ​ປະ​ກອບ​ຄຳ​ເຫັນ​​ໃສ່​ໃບ​ສະ​ເໜີ, ແຜນ​ຮ່າງ​ຂອງສານ​ປະ​ຊາ​ຊົນ​ສູງ​ສຸດ. ນອກ​ຈາກນັ້ນ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຈະ​ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ກະ​ກຽມ​​ກອງປະ​ຊຸມ​​ສະ​ໄໝ​ສາ​ມັນຄັ້ງ​ທີ 9, ສະ​ພ​າ​ແຫ່ງ​ຊາດ​ຊຸດ​ທີ 13, ບົດ​ລາຍ​ງານ​ປະ​ຕິ​ບັດ​ກ​ານ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ​ປີ 2014…


ຂ່າວ/ບົດ​ອື່ນ