ກະຊວງການຄ້າ ອາເມລິກາ ຈັດວາງອັດຕາພາສີສູງໃຫ້ປະຈາຂອງ ຫວຽດນາມ

ກະຊວງການຄ້າ ອາເມລິກາ ຈັດວາງອັດຕາພາສີສູງໃຫ້ປະຈາຂອງ ຫວຽດນາມ - ảnh 1
ການປຸງແຕ່ງ ປາບາຊາ, ປາຈາ
(ພາບປະກອບ)

(vovworld) – ວັນ​ທີ 5/9, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໄດ້​ປະກາດ​ຜົນ​ເບື້ອງ​ຕົ້ນ​ຂອງ​ການກວດກາ​ບໍລິຫານ​ຄັ້ງ​ທີ 9 ສຳລັບ​ປາຈາ, ປາ​ບາ​ຊາ​ສົ່ງ​ອອກ​ຈາກ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ປະ​ເພດ​ປາຈາ.​​.​. ​ເຊ​ເຢັນ​ຂອງ ຫວຽດນາມ ສົ່ງ​ເຖິງ ອາ​ເມ​ລິ​ກາ​​ໃນ​ໄລຍະ​ແຕ່​ວັນ​ທີ 1/8/2011 ຮອດ 31/7/2012 ຖືກ​ຈັດ​ວາງ​ພາສີ​ຕ້ານ​ຂາຍ​ບຸບ​ລາຄາສູງສຸດ. ລະອຽດ​ຄື, ອັດຕາພາສີ​ສົ່ງອອກ​ສຳລັບ​ຜະລິດ​ຕະພັນ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ ຫວີງ​ຮ່ວານ ​ແລະ ບໍລິສັດ ຮູ່ງ​ເວື​ອງ ລ້ວນ​ແຕ່​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ​ເມື່ອ​ທຽບ​ໃສ່​ການ​ກວດກາ​ຄັ້ງ​ທີ 8, ​ແມ່ນຂຶ້ນ​ເຖິງ 0,42 USD/kg  ດ້ວຍ​ຜະລິດ​ຕະພັນ​ຂອງ​ບໍລິສັດ ຫວິ​ງຮ່ວານ ​ແລະ 2,15 USD/kg  ສຳລັບ​ບໍລິສັດ ຮູ່ງ​ເວື​ອງ. ອັດຕາ​ພາສີ​ສຳລັບ​ບັນດາ​ຫົວ​ໜ່ວຍ​ສະໝັກ​ໄຈ​ອື່ນ​​ໃນ​ການ​ກວດກາ​ຄັ້ງນີ້​ເຖິງ​ວ່າ​ຢູ່​ໃນອັດຕາຕຳ່​ກ່ວາ, ​ແຕ່​ກໍ່​ຂຶ້ນ​ເຖິງ 0,99 USD/kg , ສ່ວນ​ບັນດາ​ບໍລິສັດ​ອື່ນ​​ແມ່ນ 2,11 USD/kg. ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໄດ້​ເລືອກ​ເຟັ້ນ ອິນ​ໂດ​ເນ​ເຊຍ ​​ເປັນ​ພື້ນຖານເພື່ອ​ຄິດ​ໄລ່​ລະດັບ​ການ​ຂ້າ​ຍບຸບ​ລາຄາ ​ແລະ ຈັດ​ວາງ​ອັດຕາ​ພາສີ​ຂາຍ​ບຸບ​ລາຄາ, ​ເຖິງ​ວ່າ ອິນ​ໂດ​ເນ​ເຊ​ຍ ບໍ່​ຢູ່​ໃນ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ໂດຍ​ກະຊວງ​ດັ່ງກ່າວ​ປະກາດ​ໃນ​ເດືອນ 11/2011. ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ (Vasep) ​ໄດ້​ຄັດຄ້ານ​ຄຳ​ຕັດສິນ​​ໂດຍ​ບັງ​ເອີນ​​ ​ແລະ ຍັງ​ມີ​ຄວາມ​ຂັດ​ແຍ່ງກັນນີ້​ໃນທັນທີ. ທ່ານ ​ເຈືອງ​ດິ່ງ​​ແຮ່​ວ (Trương Đình Hòe), ​ເລຂາທິການ​ໃຫຍ່​ສະຫະ​ສະມາຄົມ​ປຸງ​ແຕ່ງ ​ແລະ ສົ່ງ​ອອກສິນ​ໃນ​ນ້ຳ ຫວຽດນາມ, ​ໃຫ້​ຮູ້​ວ່າ:

“Vasep ບໍ່ພໍ​ໃຈ​ຕໍ່ວິທີ​ປ່ຽນ​ແປງ​ຢ່າງ​ກະທັນຫັນ ​ແລະ ວິທີ​​ເລືອກ​ເຟັ້ນປະ​ເທດ​ປ່ຽນແທນ​. ບາງ​ເທື່ອກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ພວມຖືກ​ກຳລັງດັ່ນດ້ານ​ການ​ເມືອງ​​ແລະ ບັນດາ​ເຈົ້າ​ຂອງ​ຟາ​ມລ້ຽງ​ປາໜັງ. ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຕ້ອງມີວິ​ໄສ​ທັດ​ພາວະ​ວິ​ໄສກ່ວາ, ຍຸຕິ​ທຳ​ກ່ວາ​ໃນ​ການ​ພິຈາ​ລະນາກໍລະນີ​ຮ້ອງ​ຟ້ອງ.”

ແລະກໍ່ກ່ຽວຂ້ອງເຖິງບັນຫານີ້, ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ​ວິທະ​ຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ທ່ານ Matthew McConkey, ທະນາ​ຄວາມ​ທີ່​ປຶກສາ​ຂອງ​ ຫວຽດນາມ ​ໃຫ້​ຮູ້​ວ່າ:

    “ຂ້າພະ​ເຈົ້າ​ແປກ​ປະຫຼາດ​ໃຈ​ເມື່ອ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ເລືອກ​ເຟັ້ນ ອິນ​ໂດ​ເນ​ເຊຍ ​ແມ່ນ​ປະ​ເທດ​ເພື່ອ​ສົມ​ທຽບ​ເພື່ອ​ຄິດ​ໄລ່​ອັດ​ຕາພາສີ​ນຳ​ເຂົ້າ​ສຳລັບ​ປາຈາ ​ແລະ ປາ​ບາ​ຊາ​ຂອງ ຫວຽດນາມ. ຕາມ​ທຳນຽມ​ແລ້ວ, ກ່ອນ​ດຳ​ເນີນບັນດາ​ການ​ກວດກາ, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ລ້ວນ​ແຕ່​ປະກາດ​ບັນຊີ​ລາຍ​ຊື່​ບັນດາ​ປະ​ເທດ​ອາດ​ຈະ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເພື່ອ​​ສົມ​ທຽບ​ໃນ​ການ​ກວດກາ​ຄັ້ງ​ທີ 9 ນີ້, ອິນ​ໂດ​ເນ​ເຊຍ ບໍ່​ມີ​ຊື່ໃນ​ບັນຊີ​ລາຍ​ຊື່​ດັ່ງກ່າວໂດຍ​ກະຊວງ​ການ​ຄ້າ​ ອາ​ເມ​ລິ​ກາ ​ເລືອກ​​ເອົາປະ​ເທດ​ເພື່ອສົມ​ທຽບ​​ໂດຍ​ອີງ​ໃສ່ຍອດລາຍ​ຮັບ​ຂອງ​ທົ່ວ​ປະ​ເທດ, ​ໃນ​ຂະ​ນະ​ທີ່ຍອດລາຍ​ຮັບ​ທົ່ວ​ປະ​ເທດຂອງ ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ແມ່ນ​ແຕກ​ຕ່າງ​ກັນ”

    ຕາມ​ທະນາຍ​ຄວາມ Matthew McConkey, ​ເລື່ອງ ອິນ​ໂດ​ເນ​ເຊຍ ບໍ່​ມີ​ຊື່​ໃນ​ບັນ​ຊີ​ລາຍ​ຊື່ດັ່ງກ່າວ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້ ຫວຽດນາມ ສືບ​ຕໍ່​ຕໍ່ສູ້​ກັບ​ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ​ໃນ​ໄລຍະ​ຈະ​ມາ​ເຖິງ. ຍ້ອນ​ຕາມ​ແຜນການ​ແລ້ວ, ກະຊວງ​ການ​ຄ້າ ອາ​ເມ​ລິ​ກາ ຈະ​ຍົກ​ອອກ​ຄຳ​ຕັດສິນ​ສຸດ​ທ້າຍ​ໃນ​ເດືອນ 3/2014. ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ຄວນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ​ເພື່ອ​ສາມາດ​ປ່ຽນ​ແປ​ງຄຳ​ຕັດສິນ​ບໍ່​ຖືກ​ຕ້ອງຕາ​ມກົດ​ໝາຍ​ນີ້.


ຂ່າວ/ບົດ​ອື່ນ