ກະຊວງການຕ່າງປະເທດຕັ້ງໜ້າໜູນຊ່ວຍຍາດຕິພີ່ນ້ອງຊາວຫວຽດນາມຖືກເສຍຊີວິດໃນຖ່ຽວບິນ MH17

ກະຊວງການຕ່າງປະເທດຕັ້ງໜ້າໜູນຊ່ວຍຍາດຕິພີ່ນ້ອງຊາວຫວຽດນາມຖືກເສຍຊີວິດໃນຖ່ຽວບິນ MH17 - ảnh 1
ຍາດຕິພີ່ນ້ອງຂອງຜູ້ໂດຍສານ
(ພາບ: Reuters)

(vovworld) - ຕາມ​ຂ່າວ​ໃໝ່​ສຸດ, ​ໃນ​ຈຳນວນ​ຜູ້​ໂດຍສານ 298 ຄົນ​ທີ່​ເສຍ​ຊີວິດ​ ໃນ​ຖ້ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ​ມາ​ເລ​ເຊຍ ທີ່ຖືກ​ຕົກ​ຢູ່​ເຂດ​ຕາ​ເວັນ​ອອກ ຢູ​ແກຼນ ນັ້ນ, ມີ​ຊາວ​ຫວຽດນາມ 3 ຄົນ.

        ຕອນ​ເຊົ້າ​ວັນ​ທີ 19/7, ຜູ້ຕາງໜ້າ ກະຊວງ​ການ​ຕ່າງປະ​ເທດຫວຽດ ນາມ​ ​ໃຫ້​ຮູ້​ວ່າ, ພາຍຫຼັງ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ເລື່ອງ​ພົນລະ​ເມືອງ​ຫວຽດນາມ ທີ່​ມີ​ສັນຊາດ​ຮອນ​ລັງ 3 ຄົນ ໃນ​ຖ່ຽວ​ບິນ MH17 ຂອງ​ບໍລິສັດ​ການບິນ​ແຫ່ງ​ຊາດ​ມາ​ເລ​ເຊຍ ຖືກ​ຕົກ​ຢູ່ ຢູ​ແກຼນ ​ໃນ​ວັນ​ທີ 17/7ນັ້ນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ອົງການ​ຕາງໜ້າ​ຫວຽດນາມ​ປະຈຳ​ມາ​ເລ​ເຊຍ, ຢູ​ແກຼນ, ຮອນ​ລັງ ຮີບ​ເຮັ່ງ​ຊອກ​ຮູ້​ຂໍ້​ມູນ​ທີ່​ກ່ຽວຂ້ອງ​ເຖິງ​ພົນລະ​ເມືອງ​ຫວຽດນາມ​ທີ່​ມີໜ້າ​ໃນ​ຖ້ຽວ​ບິນ​ດັ່ງກ່າວ. ​ແລະ ​ແຈ້ງ​ຂ່າວ, ​ແນະນຳ​ກ່ຽວ​ກັບ​ລະບຽບ​ການ​ນິຕິ​ກຳ​ທີ່​ຈຳ​ເປັນ​ໃຫ້​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍ. ປະ​ຈຸ​ບັນ, ກົມ​ກົງ​ສູນ (ກະຊວງ​ການ​ຕ່າງປະ​ເທດ), ສະຖານທູດ​ຫວຽ​ດນາມ​ປະຈຳ​ມາ​ເລ​ເຊຍ, ຢູ​ແກຼນ, ຮອນ​ລັງ ພວມ​ຕັ້ງໜ້າ​ເຮັດ​ວຽກ​ກັບ​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ ​ເພື່ອ​ຊ່ວຍ​ເຫຼືອ​ຍາດຕິ​ພີ່ນ້ອງ​ຜູ້​ປະສົບ​ເຄາະ​ຮ້າຍ​ແກ້​ໄຂ​ວຽກ​ງານ​ພາຍຫຼັງ​ອຸປະຕິ​ເຫດ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ.

 

ຂ່າວ/ບົດ​ອື່ນ