ກະຊວງການຕ່າງປະເທດປະຕິເສດຂໍ້ມູນຂ່າວທີ່ຜິດພາດກ່ຽວກັບຊາວຂະແມຢູ່ ຫວຽດນາມ; ຄັດຄ້ານການກະທຳນຳໃຊ້ຄວາມຮຸນແຮງຕໍ່ກຳປັ່ນຫາປາ ຫວຽດນາມ

(VOVWORLD) - ຊາວເຜົ່າຂະແມແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມ 54 ຊົນເຜົ່າຢູ່ ຫວຽດນາມ
ກະຊວງການຕ່າງປະເທດປະຕິເສດຂໍ້ມູນຂ່າວທີ່ຜິດພາດກ່ຽວກັບຊາວຂະແມຢູ່ ຫວຽດນາມ; ຄັດຄ້ານການກະທຳນຳໃຊ້ຄວາມຮຸນແຮງຕໍ່ກຳປັ່ນຫາປາ ຫວຽດນາມ - ảnh 1ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ
(ພາບ: mofa.gov.vn)

            ວັນທີ 31 ສິງຫາ, ຢູ່ຮ່າໂນ້ຍ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງອົງການຈັດຕັ້ງ Khmer Kampuchea Kromເສກສັນປັ້ນແຕ່ງຂ່າວລືກ່ຽວກັບສະພາບຊາວ ຂະແມ ຢູ່ ຫວຽດນາມ. ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ປະຕິເສດບັນດາແຫຼ່ງຂໍ້ມູນຂ່າວທີ່ບໍ່ມີບ່ອນອີງ ແລະ ບໍ່ມີມູນຄວາມຈິງກ່ຽວກັບສະພາບຊາວ ຂະແມ ຢູ່ ຫວຽດນາມ.

            ທ່ານນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: “ຊາວເຜົ່າຂະແມແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກປະຊາຄົມ 54 ຊົນເຜົ່າຢູ່ ຫວຽດນາມ, ໄດ້ຮ່ວມກັນດຳລົງຊີວິດຢ່າງສະເໝີພາບ ແລະ ປອງດອງກັນ, ພ້ອມກັນສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນຕະຫຼອດໄລຍະປະຫວັດສາດຂອງປະເທດຊາດ. ບັນດາຊົນເຜົ່າຢູ່ ຫວຽດນາມ ລ້ວນແຕ່ໄດ້ຮັບການປະພຶດຕໍ່ຢ່າງສະເໝີພາບ. ລັດ ຫວຽດນາມ ໄດ້ຮັບປະກັນ ແລະ ສ້າງເງື່ອນໄຂໃຫ້ແກ່ການພັດທະນາໃນທຸກດ້ານ ເພື່ອແນໃສ່ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢ່າງບໍ່ຢຸດຢັ້ງ.

          ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້ປະຕິກິລິຍາຕໍ່ແຫຼ່ງຂ່າວທີ່ວ່າ ເຮືອຫາປາລຳໜຶ່ງຂອງ ຫວຽດນາມ ຖືກບຸກໂຈມຕີເມື່ອພວມເຄື່ອນໄຫວໃນເຂດທະເລຂຶ້ນກັບໝູ່ເກາະ ຮ່ວາງຊາ ຂອງ ຫວຽດນາມ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ, ບັນດາອົງການທີ່ມີໜ້າທີ່ຂອງ ຫວຽດນາມ ພວມຮີບເຮັ່ງເຮັດແຈ້ງບັນຫາດັ່ງກ່າວ.  

            ທ່ານນາງ ຟ້າມທູຮັ່ງ ເນັ້ນໜັກວ່າ: ຄືດັ່ງທີ່ໄດ້ຢືນຢັນເປັນຫຼາຍຄັ້ງແລ້ວວ່າ, ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕຕໍ່ໝູ່ເກາະ ຮ່ວາງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ, ກໍ່ຄືອະທິປະໄຕ, ອຳນາດອະທິປະໄຕ ແລະ ສິດອຳນາດສານສຳລັບບັນດາເຂດທະເລທີ່ໄດ້ກຳນົດສອດຄ່ອງກັບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ຄັດຄ້ານທຸກການກະທຳທີ່ນຳໃຊ້ຄວາມຮຸນແຮງຕໍ່ກຳປັ່ນຫາປາຂອງ ຫວຽດນາມ ທີ່ພວມເຄື່ອນໄຫວເປັນປົກກະຕິຢູ່ທະເລ, ນາບຂູ່ຕໍ່ຊີວິດ ແລະ ຄວາມປອດໄພ ນັບທັງກໍ່ຄວາມເສຍຫາຍກ່ຽວກັບຊັບສົມບັດ ແລະ ຜົນປະໂຫຍດຂອງຊາວປະມົງ, ໄປຟືນກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ