ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບອົງການການຕ່າງປະເທດ ເອີລົບ

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫງວຽນວັນແທ່ງ ສະເໜີ ໃຫ້ເອີລົບສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສຂອງສະຫະປະຊາຊາດ, ສືບຕໍ່ເພີ່ມທະວີການເຊື່ອມຕໍ່ EU -  ອາຊຽນ, ອຸປະຖຳໃຫ້ບັນດາໂຄງການປ້ອງກັນ, ຕ້ານອາດຊະຍາກຳຂອງ ອາຊຽນ. 
ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບອົງການການຕ່າງປະເທດ ເອີລົບ - ảnh 1 ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ (ພາບ: bocongan.gov.vn)

ໃນວັນທີ 17 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກ່າວຄຳປາໄສທີ່ການຕ້ອນຮັບທ່ານນາງ Paola Pampaloli, ຮອງຜູ້ອຳນວຍການພາກພື້ນ ອາຊີ-ປາຊີຟິກ ຂອງອົງການການຕ່າງປະເທດເອີລົບ (EEAS), ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA), ໄດ້ຜັນຂະຫຍາຍ ແລະ ປະຕິບັດໃນຂອບເຂດກ້ວາງຂວາງ, ພິເສດແມ່ນບັນດາວິສາຫະກິດຂອງ ຫວຽດນາມ ແລະ ເອີລົບ. ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ຫງວຽນວັນແທ່ງ ສະເໜີ ໃຫ້ເອີລົບສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສຂອງສະຫະປະຊາຊາດ, ສືບຕໍ່ເພີ່ມທະວີການເຊື່ອມຕໍ່ EU -  ອາຊຽນ, ອຸປະຖຳໃຫ້ບັນດາໂຄງການປ້ອງກັນ, ຕ້ານອາດຊະຍາກຳຂອງ ອາຊຽນ. ກະຊວງຕຳຫຼວດ ຫວຽດນາມ ພ້ອມແລ້ວທີຈະຮ່ວມມືກັບ EU ໃນບັນດາຂົງເຂດທີຕ່າງຝ່າຍຕ່າງມີຄວາມສົນໃຈ, ແບ່ງປັນຂໍ້ມູນຂ່າວສານ, ສົມທົບກັນສືບສວນ, ຍົກສູງກຳລັງຄວາມສາມາດ, ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກອາດຊະຍາກຳການຄ້າມະນຸດ…

ທ່ານນາງ Paola Pampaloli ຢັ້ງຢືນວ່າດວຍຄວາມຮັບຜິດຊອບໃນຖານະຕຳແໜ່ງວຽກງານຂອງຕົນ, ຈະສືບຕໍ່ມານະພະຍາຍາມນໍາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ EU ກັບ ຫວຽດນາມ ເວົ້າລວມ, ລະຫວ່າງ EEAS ກັບ ກະຊວງຕຳຫຼວດ ຫວຽດນາມ ໃຫ້ໄດ້ຮັບການປັບປຸງ, ພັດທະນາຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ