ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ

(VOVWORLD) -ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ.
ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ມອບ​ສົ່ງ​ສຳ​ນັກ​ງານ​ຕຳຫຼວດ​ແຫ່ງ​ທຳ​ອິດ​ໃຫ້​ກະ​ຊວງ​ຕຳຫຼວດ​ລາວ - ảnh 1ຕັດແຖບພ້າເປີດສະຫຼອງສຳນັກງານຕຳຫຼວດບ້ານໜອງແຮັດ (ພາບ: TTXVN)

   ສັນທີ 25 ທັນວາ, ຢູ່ບ້ານໜອງແຮັດ, ເມືອງໜອງແຮັດ, ແຂວງຊຽງຂວາງ, ໄດ້ຈັດພິທີເປີດສະຫຼອງ ແລະ ມອບສົ່ງສຳນັກງານຕຳຫຼວດແຫ່ງທຳອິດ ໂດຍຝ່າຍຫວຽດນາມ ມອບສົ່ງໃຫ້ຝ່າຍລາວ ໃນຈຳນວນສຳນັກງານທັງໝົດ 287 ແຫ່ງທີ່ກະຊວງຕຳຫຼວດຫວຽດນາມ ພວມກໍ່ສ້າງໜູນຊ່ວຍກະຊວງຕຳຫຼວດລາວ ຢູ່ 10 ແຂວງຕິດກັບຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານພົນຕີ ຫງວຽນຢຸຍງອກ, ຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ສະເໜີໃຫ້ຕຳຫຼວດແຂວງ ເງະອານ ເວົ້າສະເພາະ ແລະ ຕຳຫຼວດ 10 ແຂວງຂອງຫວຽດນາມ ທີ່ມີເສັ້ນຊາຍແດນຕິດກັບລາວ ເວົ້າລວມ ຕ້ອງສົມທົບກັບກຳລັງຕຳຫຼວດ ແລະ ອຳນາດການປົກຂອງບັນດາແຂວງຂອງລາວ ຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຍູ້ໄວລະດັບຄວາມໄວໃນການກໍ່ສ້າງບັນດາກິດຈະກຳທີ່ຍັງເຫຼືອໃຫ້ສຳເລັດ ດ້ວຍຄຸນນະພາຍສູງສຸດ; ມອບສົ່ງ ແລະ ນຳເຂົ້າເຄື່ອນໄຫວຕາມແຜນການໄດ້ວາງອອກໃນຕົ້ນປີ 2022.

   ສ່ວນທ່ານ ທອງເລກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງຕຳຫຼວດລາວ ໄດ້ເນັ້ນໜັກວ່າ: ເລື່ອງກະຊວງຕຳຫຼວດຫວຽດນາມ ໜູນຊ່ວຍກະຊວງຕຳຫຼວດລາວ ກໍ່ສ້າງບັນດາສຳນັກງານຕຳຫຼວດ ຢູ່ບ້ານຕິດກັບຊາຍແດນສອງປະເທດ ໄດ້ສະແດງໃຫ້ເຫັນການພົວພັນສະໜິດແໜ້ນ, ຕິດພັນກັນ ແລະ ພິເສດທີ່ສຸດ ຂອງກຳລັງຕຳຫຼວດສອງປະເທດ. ທ່ານຢືນຢັນວ່າ, ພາຍຫຼັງນຳເຂົ້າເຄື່ອນໄຫວ, ບັນດາກິດຈະກຳດັ່ງກ່າວຈະປະກອບສ່ວນສຳຄັນ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງລາວ ເວົ້າສະເພາະ ແລະ ຢູ່ເຂດຊາຍແດນສອງປະເທດເວົ້າລວມ, ພິເສດແມ່ນບັນດາປະເພດອາດສະຍາກຳຂ້າມຊາຍແດນ, ປະກອບສ່ວນປົກປັກຮັກສາຄວາມສະຫງົບສຸກຂອງສອງປະເທດ, ປັບປຸງ ແລະ ເພິ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ນ້ຳໃນສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດລາວ-ຫວຽດນາມ ຍິ່ງກ່ວາອີກ./.

ຕອບກັບ

ຂ່າວ/ບົດ​ອື່ນ