ກະຊວງຕຳຫຼວດຫວຽດນາມມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບລາວ

ກະຊວງຕຳຫຼວດຫວຽດນາມມອບເຄື່ອງຊ່ວຍເຫຼືອໃຫ້ແກ່ກະຊວງປ້ອງກັນຄວາມສະຫງົບລາວ - ảnh 1
(ການພົບປະເຈລະຈາລະຫວ່າງກະຊວງຕ່ຳຫລວດ ຫວຽດນາມ
ແລະ ກະຊວງປ້ອງກັນຄວາມສະຫງົບລາວ)



(vovworld)-​ ໃນ​ຕອນ​ເຊົ້າ​ວັນ​ທີ 11/5, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ດຳ​ເນີນ​ພິ​ທີ ມອບ​ຮັບເຄື່ອງ​ຊ່ວຍ​ເຫຼືອ ຂອງ​ກະ​ຊວງ​ຕຳຫຼວດ ສ​ສ ຫວຽດ​ນາມ ໃຫ້​ແກ່​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ສ​ປ​ປ ລາວ. ການ​ເຄື່ອນ​ໄຫວ​ໃນຄັ້ງ​ນີ້ ດຳເນີນ​ໃນຂອບ​ເຂດການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ລາວ ໃນ​ລະ​ຫວ່າງວັນ​ທີ 10-11/5 ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນ​າມ ໂດຍ​ ທ່ານ ພົນ​ໂທ ໂຕ​ເລີມ, ລັດ​ຖະ​ມົນ​ຕີ​ວ່າ​ການ​​ກະ​ຊວງຕຳຫຼວດ, ນຳໜ້າຄະ​ນະ​. ນີ້​ແມ່ນ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ ຄັ້ງ​ທຳ​ອິດ ໃນ​ຈຳ​ນວນ 21 ລາຍ​ການ ​ຕາມ​ການ​ສະ​ເໜີ ຂອງ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ລັດ​ຖະ​ບານ​ລາວ, ໜູນ​ຊ​່ວຍ​ເຄື່ອງ​ອຸ​ປະ​ກອນ​ຮັບ​ໃຊ້​ບາງ​ສະ​ນິດມື​ຮັບ​ໃຊ້ ໃຫ້​ແກ່​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ເຂົ້າ​ຮ່ວມ​ການ​ຕໍ່​ສູ້​ປາບ​ປາມ​ອາດ​ຊະ​ຍາ​ກຳ. ​ເຄື່ອງອຸ​ປະ​ກອນ​​ທັງ​ໝົດນີ້  ໂດຍ​ແມ່ນກົມ​ໃຫຍ່ພາ​ລາ​ທິ​ການ​ເຕັກ​ນິກ ກະ​ຊວງ​ຕຳຫຼວດ​ຫວຽດ​ນ​າມ ຄົ້ນ​ຄ້​ວາ ແລະ ຜະ​ລິດ​ເອງ.

        ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ກະ​ຊວງ​ຕຳ​ຫຼວດ​ຫວຽດ​ນ​າມ ໄດ້​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ, ກໍ່​ຄື​ກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ທະ​ນາ​ຄານ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນ​າມ (BIDV) ຢູ່ ສ​ປ​ປ​ລາວ.

ຂ່າວ/ບົດ​ອື່ນ