ກະຊວງຕຳຫຼວດຫວຽດນາມແລະອົງການຕຳຫຼວດແຫ່ງຊາດສ.ເກົາຫຼີເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດຫວຽດນາມແລະອົງການຕຳຫຼວດແຫ່ງຊາດສ.ເກົາຫຼີເພີ່ມທະວີການຮ່ວມມື - ảnh 1
(ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ແລະ ​
ຕອນຮັບຫົວໜ້າ​ອົງການ​ຕຳຫຼວດ​ຕຳຫຼວດ​ສ.​ເກົາຫຼີ)


(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີ​ນຂອງພົນ​ເອກ ​ເຈີ​ນດ້າຍກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ອົງການ​ຕຳຫຼວດ​​ແຫ່ງ​ຊາດ​ສ.​ເກົາຫຼີ ​ໂດຍ​ທ່ານ Kang Sin Myeong, ຫົວໜ້າ​ອົງການ​ຕຳຫຼວດ​​ແຫ່ງຊາດ​ສ.​ເກົາຫຼີ ນຳ​ໜ້າ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ ​ໃນ​ລະຫວ່າງ​ວັນ​ທີ 07 – 09/11. ຕອນ​ເຊົ້າ​ວັນ​ທີ 09/11, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຫົວໜ້າ​ອົງການ​ຕຳຫຼວດ​ສ.​ເກົາຫຼີ Kang Sin Myeong. 2 ຝ່າຍ​ໄດ້​ເຫັນດີ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳ, ສືບ​ຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ບັນດາ​ກົນ​​ໄກ​ຮ່ວມ​ມື​ໃຫ້​ສົມ​ບູນ​ແບບ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ… ​ນຳ​ການ​ພົວພັນຮ່ວມ​ມື​ເຂົ້າ​ສູ່​ລວງ​​ເລິກ​​ເທື່ອ​ລະ​ກ້າວ. 2 ຝ່າຍ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ບັນດາ​ເນື້ອ​​ໃນ​ແລກປ່ຽນ, ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ຂະ​ແໜງ​ຕຳຫຼວດ 2 ປະ​ເທດ ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່.

      ທ່ານ​ລັດຖະມົນຕີ ​ເຈີ​ນດ້າຍ​ກວາງ ​ແລະ ​ທ່ານ​ຫົວໜ້າ​ອົງການ​ຕຳຫຼວດ​ຕຳຫຼວດ​ສ.​ເກົາຫຼີ Kang Sin Myeong ​ໄດ້​ເປັນ​​​ສັກຂີ​ພິຍານ​ພິທີ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະຫວ່າງ​ກົມ​ພົວພັນ​ຕ່າງປະ​ເທດ​ກະຊວງ​ຕຳຫຼວດ​ຫວຽດນາມ ​ແລ​ະ ກົມ​ພົວພັນ​ຕ່າງປະ​ເທດ​ອົງການ​ຕຳຫຼວດ​ແຫ່ງ​ຊາດ​ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ