ກະຊວງປ້ອງກັນປະເທດ ຜັນຂະຫຍາຍປະຕິບັດ ຂໍ້ຕົກລົງ 62 ຂອງນາຍົກ ລັດຖະມົນຕີ

ກະຊວງປ້ອງກັນປະເທດ ຜັນຂະຫຍາຍປະຕິບັດ ຂໍ້ຕົກລົງ 62 ຂອງນາຍົກ ລັດຖະມົນຕີ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 5/3, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽ​ດ ນາມ ​ໄດ້​ສົມທົບ​ກັບ​ກະຊວງ​ແຮງງານ, ທະ​ຫານ​ເສຍ​ອົງຄະ ​ແລະ ສັງຄົມ​, ກະຊວງ​ຕຳຫຼວດ ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ​ຊາບ​ຊຶມ, ຜັນ​ຂະຫຍາຍ ຂໍ້​ຕົດ​ລົງ​ຂອງ​ນາຍົກລັດ​ຖະມົນຕີ ກ່ຽວ​ກັບ​ການ​ແນະນຳ​ປະຕິບັດລະບອບ, ນະ​ໂຍບາຍ​ທີ່​ມີ​ຕໍ່​ບັນດາ​ເປົ້າ​ໝາຍ​ເຂົ້າ​ຮ່ວມ​ສົງຄາມ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ປະຕິບັດ​ໜ້າ​ທີ່​ສາກົນ​ພາຍຫຼັງ​ວັນ​ທີ 30/4/1975. ​ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ປະມານ 1,2 ລ້ານ​ຄົນ​ໄດ້​ຮັບຊົມ​ໃຊ້​ລະບອບຕາມ​ຂໍ​້ຕົກລົງ​ນີ້. ທ່ານ​ພົນ​ຕີ ດ່າວຢູຍມິນ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ, ກອງ​ທັບ​ປະຊາຊົນ​ຫວຽດນາມ ​ໃຫ້​ຮູ້​ວ່າ​:

“ຂໍ້​ຕົກລົງ​ນີ້ ​​ຂອງ​ລັດຖະບານ​ເພື່ອ​ແນ​ໃສ່​ຈຸດປະສົງ​ຮັບ​ຮູ້ ​ແລະ ​ເຊີດ​ຊູ​ບັນດາຜູ້​ມີ​ຄຸນງາມຄວາມດີ. ​ໃນ​ບັ້ນ​ຜັນ​ຂະຫຍາຍ​ຄັ້ງ​ນີ້, ຂ້າພະ​ເຈົ້າຫວັງ​ວ່າ ພັກ, ອຳນາດ​ການ​ປົກຄອງ​ທຸກຂັ້ນ, ການ​ນຳ​, ພິ​ເສດ​ແມ່ນ​ພະນັກງານ​ການ​ເມືອງ​ຢູ່​ທຸກ​ຂັ້ນ ສົມທົບ​ກັບ​ບັນດາ​ຂະ​ແໜງ​ການຈັດ​ຕັ້ງ​ປະຕິບັດ​ຖືກ​ເປົ້າ​ໝາຍ, ຖືກ​ກຳນົດ, ​ໃນ​ທຸກ​ກໍລະນີພວກ​ເຮົາ​ຕ້ອງ​ປະຕິບັດ​ໂດຍ​ໄວ ​ເພື່ອ​ໃຫ້​ບັນດາ​ເປົ້າ​ໝາຍ​ນີ້ໄດ້​ຊົມ​ໃຊ້ຂໍ້​ຕົກລົງ​ຂອງ​ນາ​ຍົກ​ລັດຖະມົນຕີ”

ຂ່າວ/ບົດ​ອື່ນ