ກະຊວງປ້ອງກັນປະເທດລາວອອກແຈ້ງການກ່ຽວກັບອຸປະຕິເຫດເຮືອບິນ Mi-17 ຖືກຫາຍສາບສູນ

ກະຊວງປ້ອງກັນປະເທດລາວອອກແຈ້ງການກ່ຽວກັບອຸປະຕິເຫດເຮືອບິນ Mi-17 ຖືກຫາຍສາບສູນ - ảnh 1
ພ​າບ​ປະ​ກອບ:AFP

(vovworld)- ວັນ​ທີ 27 ກໍລະກົດ, ກະຊວງ​ປ້ອງ​ກັນ​ປະເທດລາວ ໄດ້​ອອກ ​ແຈ້ງ​​ການກ່ຽວ​ກັບ​ອຸ​ປະ​ຕິ​ເຫດ​ເຮືອ​ບິນ Mi-17 ​ຂອງ​ລາວ​ຖືກ​ຫາຍ​ສາບ​ສູນ​ຢູ່​ເຂດ​ພູ​ດອຍ​ຂຶ້ນ​ກັບ​ແຂວງ ໄຊ​ສົມ​ບູນ. ແຈ້ງ​ການ​ໃຫ້​ຮູ້​ວ່າ: ໃນ​ເວລາ 13 ໂມງ 10 ນາ​ທີ ຂອງວັນ​ທີ 27/7/2015 ເຮືອ​ບິນ Mi-17 ຂອງ​ກອງທັບ ​ລາວ ເຊິ່ງ​ມີ​ຈຸ​ບິນ 4 ຄົນ ແລະ ຜູ້ໂດຍສານ 19 ຄົນ ໄດ້​ບິນ​ຂຶ້ນ​ຈາກ​ນະຄອນຫຼວງ​ວຽງ​ຈັນ ເພື່ອ​ໄປ​ປະຕິບັດ​ໜ້າທີ່​ຢູ່​ແຂວງ​ຊຽງ​ຂວາງ-ຫົວພັນ ເມື່ອ​ບິນ​ໄປ​ໄດ້​ໄລຍະ​ໜຶ່ງ ສູນ​ຄວບ​ຄຸມ​ການບິນ​ບໍ່​ສາມາດ​ຕິດຕໍ່​ສື່ສານ​ກັບ​ເຮືອ​ບິ​ນ​ລຳ​ດັ່ງກ່າວ​ໄດ້. ປະຈຸບັນ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ແຕ່ງຕັ້ງ​ຄະນະ​ສະເພາະ​ກິດ ເຂົ້າ​ກວດກາ​ຊອກ​ຄົ້ນ​ຕາມ​ເສັ້ນທາງ​ແລວ​ບິນ ແຕ່​ການ​ເຂົ້າ​ໄປ​ຍັງ​ພົບ​ຄວາມ​ຫຍຸ້ງຍາກ ​ຍ້ອນ​ສະພາບ​ອາກາດ​ຍັງ​ບໍ່​ທັນ​ເອື້ອ​ອຳນວຍ. ສ່ວນ​ລາຍ​ລະອຽດ ຂອງວຽກ​ງານ​ຊອກ​ຫາ ກະຊວງ​ປ້ອງ​ກັນ​ປະເທດ ຈະແຈ້ງ​ຂ່າວ​ໃຫ້​ສັງຄົມ​ຊາບ​ຕາມ​ພາຍຫຼັງ.

​ຕາມ​ແຫລ່ງ​ຂ່າວ​ຈາກ​ ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວ​ແລ້ວ, ວັນ​ທີ 29 ກໍລະກົດ 2015 ຄະນະ​ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ກະຊວງ​ປ້ອງ​ກັນປະ​ເທດ​ລາວ​ຢືນ ຢັນ ​ວ່າ: ​​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ກໍລະ​ກົດນີ້ ​ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດສາມາດ​ພົບ​ເຫັນ​ສັນຍານ ​ແລະ ຈຸດ​ເກີດອຸ​ປະ​ຕິເຫດ​​​ເຮືອ​ບິນ Mi-17 ຂອງ​ກອງທັບຕົກ ​ຢູ່​ທາງ​ທິດ​ເໜືອ​ຂອງ​ບ້ານ​ຫລວງ​ພັນ​ໄຊ ​ເມືອງ​ລ່ອງ​ແຈ້ງ ​ແຂວງ​ໄຊ​ສົມບູນ ປະຈຸບັນ​ນີ້ ​ເຈົ້າ​ໜ້າ​ທີ່ສະ​ເພາະ​ກິດ ​ແລະ ກໍາລັງ​ກອບ​ກູ້​ພາກ​ພື້ນ​ດິນ ພວມ​ມຸ້ງ​ໜ້າ​ເຂົ້າ​ຫາ​ຈຸດ​ເກີດ​ເຫດ ​ແລະ ເລັ່ງຊອກ​ຄົ້ນ​ຫາເຮືອ​ບິນ​ດັ່ງກ່າວ ທາມ​ກາງ​ສະພາບ​ອາກາດ​ທີ່ບໍ່​ເອື້ອ​ອໍານວຍ ​ແລະ ​ເສັ້ນທາງ​ເຂົ້າ​ເຖິງ​ຈຸດ​ເກີດ​ເຫດປະກອບ​ມີ​ພູຜາ​ປ່າດົງ​ຕືບໜາ, ຄາດ​ວ່າ​ຈະ​ພົບ​ເຫັນ​ເຮືອ​ບິນ​ລໍາ​ດັ່ງກ່າວ​ໃນ​ໄວໆ​ນີ້.

 

 

ຂ່າວ/ບົດ​ອື່ນ