ກະຊວງປ້ອງກັນປະເທດສ.ເກົາຫຼີ, ອາເມລິກາ ໃຫ້ຄຳໝັ້ນສັນຍາປະຕິບັດຄຳສັ່ງລົງໂທດສປປ.ເກົາຫຼີ

(VOVWORLD) -ນີ້ແມ່ນ 1 ໃນບັນດາເນື້ອໃນເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບກັນທີ່ການເຈລະຈາຮ່ວມລະຫວ່າງສ.ເກົາຫຼີ - ອາເມລິກາ

ກະຊວງປ້ອງກັນປະເທດສ.ເກົາຫຼີ, ອາເມລິກາ ໃຫ້ຄຳໝັ້ນສັນຍາປະຕິບັດຄຳສັ່ງລົງໂທດສປປ.ເກົາຫຼີ. ນີ້ແມ່ນ 1 ໃນບັນດາເນື້ອໃນເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບກັນທີ່ການເຈລະຈາຮ່ວມລະຫວ່າງສ.ເກົາຫຼີ - ອາເມລິກາ ພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ (26 – 27 ກັນຍາ), ຢູ່ເຊີອູນ, ປະເທດສ.ເກົາຫຼີ. ຕາມກະຊວງປ້ອງກັນປະເທດສ.ເກົາຫຼີ ແລ້ວ, ທີ່ການເຈລະຈາ, ບັນດາເຈົ້າໜ້າທີ່ຂອງ 2 ປະເທດໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການປະຕິບັດບັນດາມະຕິລົງໂທດຂອງສະຫະປະຊາຊາດສຳລັບ ສປປ.ເກົາຫຼີ ຈົນຮອດເວລາໃດພຽງຢາງ ປອດນິວເຄຼຍຢ່າງສິ້ນເຊີງ, ພ້ອມທັງເຫັນດີຕໍ່ຄວາມຕັດສິນໃຈຊຸກຍູ້ບັນດາການພົວພັນທາງການທູດ ເພື່ອນຳມາເຊິ່ງກາລະໂອກາດຫຼາຍຢ່າງ. ກະຊວງການຕ່າງປະເທດສ.ເກົາຫຼີ ກໍ່ໃຫ້ຮູ້ວ່າ, ໂດຍອີງໃສ່ບັນດາເງື່ອນໄຂຄວາມໝັ້ນຄົງໃນປະຈຸບັນຢູ່ແຫຼມເກົາຫຼີ, ຝ່າຍອາເມລິກາ ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະຮັກສາມາດຕາກ່ຽວກັບການເປີດກວ້າງການປ້ອງກັນຢູ່ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ