ກະຊວງປ້ອງກັນປະເທດຫວຽດນາມໜູນຊ່ວຍພາຫະນະອຸປະກອນການສື່ສານໃຫ້ກອງທັບລາວ

ກະຊວງປ້ອງກັນປະເທດຫວຽດນາມໜູນຊ່ວຍພາຫະນະອຸປະກອນການສື່ສານໃຫ້ກອງທັບລາວ  - ảnh 1
ພິທີ​ມອບ-​ຮັບ​ພາຫະນະ​ອຸປະກອນການ​ທະຫານ​ຂອງກອງ
ທັບ​ປະຊາຊົນ ຫວຽດນາມ ​ໃຫ້ກົມ​ຖະ​ແຫຼ​ງຂ່າວ​ກອງ​ທັບ​ປະຊາຊົນ ລາວ

(vovworld) - ວັນ​ທີ 19/11 ຢູ່​ສຳ​ນັກ​ງານ​ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ, ນະຄອນຫລວງ ວຽງ​ຈັນ (ລາວ), ດຳ​ເນີນ​ພິທີ​ມອບ-​ຮັບ​ພາຫະນະ​ອຸປະກອນການ​ສື່ສານ​ຂອງກອງທັບ​ປະຊາຊົນ ຫວຽດນາມ ​ໃຫ້​ໃຫ້​ກົມ​ສື່ສານ, ກົມໃຫຍ່ເສນາ​ທິການ​​ກອງ​ທັບ​ປະຊາຊົນ ລາວ. ​ເລື່ອງ​ມອບ - ຮັບ​ພາຫະນະ​ອຸປະກອນ​ການ​ທະຫານ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ​ໃຫ້​ກົມ​ສື່ສານ, ກົມໃຫຍ່ເສນາ​ທິການ​ກອງທັບ​ປະຊາຊົນ ລາວ ​ເພື່ອ​ແນ​ໃສ່​ຫັນ​ການ​ປະຕິບັດອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ​້ອງກັນຊາ​ດ 2 ​ຝ່າຍ ຫວຽດນາມ - ລາວ ​ໄລຍະ 2015 – 2019; ​ແຜນການ​ຮ່ວມ​ມື​ປີ 2016 ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ລາວ; ​ແຜນການ​ຊ່ວຍ​ເຫຼືອ​ພາຫະນະ​ອຸປະກອນ​ການ​ທະຫານ​ໃຫ້​ກົ​ມ​ສື່ສານ, ກົມໃຫຍ່ເສນາ​ທິການ​​ກອງທັບ​ປະຊາຊົນ​ ລາວ ​ແຕ່​ປີ 2016 – 2020 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ