ກະຊວງພາຍໃນສິ້ນສຸດຊຸດຝຶກອົບຮົມໃຫ້ປັນຍາຊົນໜຸ່ມ 60 ຄົນຂອງ ແຜນຮ່າງ 500

ກະຊວງພາຍໃນສິ້ນສຸດຊຸດຝຶກອົບຮົມໃຫ້ປັນຍາຊົນໜຸ່ມ 60 ຄົນຂອງ ແຜນຮ່າງ 500 - ảnh 1
(​ຊຸດ​ຝຶກ​ອົບຮົມ​ໃຫ້​​ປັນຍາ​ຊົນໜຸ່ມ​ 60 ຄົນຂອງ​ແຜນ​ຮ່າງ 500)

(vovworld) – ກະຊວງ​ພາຍ​ໃນ​ຫາ​ກໍ່​ສິ້ນ​ສຸດ​ຊຸດ​ຝຶກ​ອົບຮົມ​ໃຫ້​ສະມາຊິກ 60 ຄົນທີ່​ເຂົ້າ​ຮ່ວມການ​ປະຕິບັດ​​ທົດ​ລອງ​ແຜນ​ຮ່າງຄັດ​ເລືອກ​ປັນຍາ​ຊົນ​ໜຸ່ມ​ອາສາ​ສະໝັກ​ລົງ​​ຕາ​​ແສງຕ່າງໆ ​ເພື່ອ​ເຂົ້າ​ຮ່ວມ​ການ​ພັດທະນາ​ຊົນນະບົດ, ​ເຂດ​ພູດ​ອຍ​​ໄລ​ຍະ 2013 – 2020 (​ແຜນ​ຮ່າງ 500) ຂອງ​ບັນດາ​ແຂວງ​ເທື່ອ​ທຽນ​ເຫ້ວ, ກວາງ​ບິ່ງ, ກວາງ​ຈິ້. ພາຍຫຼັງ​ຝຶກ​ອົບຮົມ​ເປັນ​ເວລາ 3 ​ເດືອນ, ຜູ້​ເຂົ້າ​ຮ່ວມ​ຈະ​ມີ​ຄວາມ​ຮູ້​ກ່ຽວ​ກັບ​ວຽກ​ງານ​ໂຄສະນາ​ດ້ານ​ວິຊາ​ຊີບ, ການຄຸ້ມ​ຄອງ​ລັດ, ລະບົບ​ການ​ເມືອງຂັ້ນ​ຮາກ​ຖານ, ບັນດາທັກ​ສະ​ໃນ​ການ​ພົວພັນ, ຂົນຂວາຍມະຫາຊົນ… ພາຍຫຼັງ​ຊຸດ​ຝຶກ​ອົບຮົມ​ດັ່ງກ່າວ, ບັນດາ​​ປັນຍາ​ຊົນ​ຈະ​ໄດ້ຮັບ​ໜ້າ​ທີ່​ຢູ່​ຂັ້ນ​ຕາ​ແສງດ້ວຍ 5 ຕຳ​ແໜ່​ງ​ຄື: ຫ້ອງການ - ສະຖິຕິ, ການ​ເງິນ - ບັນ​ຊີ, ລະບຽບ​ທີ່​ດິນ - ກະສິກຳ - ກໍ່ສ້າງ ​ແລະ ສິ່ງ​ແວດ​ລ້ອມ, ວັດທະນະທຳ - ສັງຄົມ, ຍຸຕິ​ທຳ - ສຳມະ​ໂນ​ພົນລະ​ເມືອງ. ມາ​ຮອດ​ປະຈຸ​ບັນ, ບັນດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ​ໄດ້​ຄັດ​ເລືອກ​ປັນ​ຍາ​ຊົນ​ໜຸ່ມ​ດີ​ເດັ່ນ 500 ຄົນ, ​ເພື່ອ​​ໄປ​ເຮັດ​ວຽກ​ຢູ່ 500 ຕາ​ແສງ​ມີ​ເງື່ອນ​ໄຂ​ທາງ​ດ້ານ​ເສດຖະກິດ​​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຊົນ​ເຜົ່າ​ສ່ວນໜ້ອຍເຂດ​ພູດ​ອຍ.

ຂ່າວ/ບົດ​ອື່ນ