ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຕັ້ງ​ 5 ຄະ​ນະ​ປະ​ຕິ​ບັດ​ງານ​ລົງ​ໄປ​ກວດ​ກາ​ຕີ​ລາ​ຄາ​ຄຸ​ນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ໂຮງ​ໝໍ

(VOVWORLD) -ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຈັດ​ຕັ້ງ​ 5 ຄະ​ນະ​ປະ​ຕິ​ບັດ​ງານ​ລົງ​ໄປ​ກວດ​ກາ​ຕີ​ລາ​ຄາ​ຄຸ​ນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ໂຮງ​ໝໍ - ảnh 1ຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 (ພາບ: ກະຊວງສາທາລະນະສຸກ)

ວັນທີ 12 ມີນາ, ໃນຊຸດຝຶກອົບຮົມຂອງຄະນະກວດກາ, ຕີລາຄາຄຸນນະພາບຂອງໂຮງໝໍ ແລະ ສຳຫຼວດລະດັບຄວາມເພິ່ງພໍໃຈຂອງຄົນເຈັບ, ພະນັກງານການແພດ ປີ 2020 – 2021 ທີ່ຖືກດໍາເນີນຢູ່ ຮ່າໂນ້ຍ, ທ່ານ ເລືອງງອກເຄວ, ຮອງສາດສະດາຈານ, ປະລິນຍາເອກ, ຮອງປະທານສະພາ ແພດສາດແຫ່ງຊາດ, ຫົວໜ້າກົມຄຸ້ມຄອງການກວດ, ປິ່ນປົວພະຍາດ (ກະຊວງສາທາລະນະສຸກ) ໃຫ້ຮູ້ວ່າ, ໃນປີ 2021, ກະຊວງສາທາລະນະສຸກ ຫວຽດນາມ ຈັດຕັ້ງ 5 ຄະນະປະຕິບັດງານລົງໄປກວດກາ, ຕີລາຄາກ່ຽວກັບ 83 ມາດຖານທາງດ້ານຄຸນນະພາບຂອງໂຮງໝໍ ແລະ 37 ມາດຖານໂຮງໝໍປອດໄພໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ບັນດາພະຍາດອັກເສບປອດ.

        ປັດຈຸບັນ, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ປະກາດໃຊ້ຈົດໝາຍທາງການ ກຳນົດກ່ຽວກັບການພິຈາລະນາໃຫ້ລາງວັນລະດັບຊາດ ກ່ຽວກັບຄຸນນະພາບຂອງໂຮງໝໍ ເພື່ອສົ່ງເສີມໂຮງໝໍແຫ່ງຕ່າງໆຕີລາຄາຄຸນນະພາບຢ່າງແທດຈິງ ແລະ ເຂົ້າຮ່ວມການແຂ່ງຂັນໂຮງໝໍມີຄຸນນະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ