ກະສີກຳມີບົດບາດສຳຄັນພິເສດສຳລັບສະຖຽນລະພາບ ແລະ ການພັດທະນາຂອງປະເທດ

ກະສີກຳມີບົດບາດສຳຄັນພິເສດສຳລັບສະຖຽນລະພາບ ແລະ ການພັດທະນາຂອງປະເທດ - ảnh 1
(ພິທີ​ສະ​ເຫຼີ​ມສະຫຼອງ 38 ປີແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​
ຂອງ​ສະ​ຖາ​ບັນ​ເຂົ້າ​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ)


(vovworld) - ກະ​ສີ​ກຳ​ມີ​ບົດບາດສຳຄັນ​ພິ​ເສດສຳລັບ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ເນັ້ນ​ໜັກຄື​ດັ່ງກ່າວ ທີ່​ພິທີ​ສະ​ເຫຼີ​ມສະຫຼອງ 38 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ ​ແລະ ຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ຂອງ​ສະ​ຖາ​ບັນ​ເຂົ້າ​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ​ເຊິ່ງດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 29/1, ຢູ່​ແຂວງ​ເກິ່ນ​ເທີ. ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 7 ຊຸດ​ທີ 10 ​ໄດ້​ອອກ​ມະຕິ​ກ່ຽວ​ກັບ​ກະ​ສີ​ກຳ, ຊົນນະບົດ, ​ໃນ​ນັ້ນ​ວາງ​ໜ້າ​ທີ່​ກໍ່ສ້າງ​ພື້ນຖານ​ກະ​ສີ​ກຳ​ພັດທະນາ​ຢ່າງຮອບດ້ານ​ຕາມ​ທິດ​ທັນ​ສະ​ໄໝ, ໝັ້ນຄົງ, ຮັບປະກັນ​ດ້ານ​ສະບຽງ​ອາຫານ​ແຫ່ງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ. ​ເພີ່ມ​ທະວີ​ການ​ນຳ​ໃຊ້​ວິທະຍາ ສາດ, ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ. ທ່ານ​ປະທານ​ປະ​ເທດສະ​ເໜີ​ຄະນະ​ນຳສະ​ຖາ​ບັນ​ເຂົ້າ​​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ ​ແລະ ຖັນ​ແຖວ​ພະນັກງານ​ວິທະ ຍາສາດ​ຂອງ​ສະ​ຖາ​ບັນ​, ຕ້ອງ​ຊາບ​ຊືມຢ່າງ​ເລິກ​ເຊິ່ງ, ​ເປັນ​ເຈົ້າ​ການ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ນີ້​​ໃຫ້​ສຳ​ເລັດ​.

ສະ​ຖາ​ບັນ​ຄວນ​ສືບ​ຕໍ່​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ, ພິ​ເສດ​ແມ່ນ​ເຕັກ​ໂນ​ໂລ​ຢີຊີວະ​ສາດ, ບັນລຸ​ລະດັບ​ທຽບ​ເທົ່າ​ກັບ​ບັນດາ​ປະ​ເທດ​ທີ່​ກ້າວໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ; ຍູ້​ແຮງ​ການຖ່າຍ​ທອດ​ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ​ເຜີຍ​ແຜ່ ​ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝໃນ​ການ​ປູກຝັງ​, ຕັ້ງໜ້າ​ເປັນ​ເສນາ​ທິການ, ​ໃຫ້​ຄຳ​ປຶກສາ​ໃຫ້​ທ້ອງ​ຖີ່​ນຕ່າງໆ, ປະກອບສ່ວນ​ຍົກ​ສູງ​ສະມັດ​ຕະພາບ, ​ເພີ່ມ​ທະວີ​ການ​ບຳລຸງ​ສ້າງຄວາມ​ຮູ້​ດ້ານ​​ວິທະຍາສາດ, ເຕັກນິກການ​ຜະລິດ​ທີ່ກ້າວໜ້າ, ​ທັນ​ສະ​ໄໝ​ໃຫ້​ແກ່​ຊາວ​ກະ​ສີກ​ອນ, ກໍ່ສ້າງ​ບັນດາ​ເຂດ​ຜະລິດ​ກະ​ສີ​ກຳ​ທີ່​ປອດ​ໄພ ດ້ວຍ​ເຕັກ​ໂນ​ໂລ​ຢີສູງ“.

ຂ່າວ/ບົດ​ອື່ນ