ກະແສຟອງຄັດຄ້ານການກະທຳຂອງຈີນໃນໂລກ

ກະແສຟອງຄັດຄ້ານການກະທຳຂອງຈີນໃນໂລກ - ảnh 1
ກຳ່່ປັນຂອງຈີນສິດນ້ຳໃສ່ກຳ່ປັນ ຫວຽດນາມ
(ພາບປະກອບ)

(vovworld) - ໃນ​ຊຸມມື້​ຜ່າ​ນມາ, ລັດ​ຖະ​ບານ, ວົງ​ການ​ນັກ​ຮຽ​ນຮູ້​ຂອງ ຫຼາຍ​ປະ​ເທດ​ໄດ້​ພ້ອມ​ກັນກ່າວ​ປະ​ນາມ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981 ໃນ​ເຂດ​ເສດ​ຖະ​ກິດ​ຈຳ​ເພາະ ແລະ ໄຫລ່​ທະ​ວີ​ບຂອງ ຫວຽດ​ນາມ ຢ່າງ ຜິດ​ກົດ​ໝາຍ. ນີ້​ກໍ່​ແມ່ນ​​ກະ​ແສ​ຟອງ​ທີ່​ແຂງ​ແຮງ​ທີ່​ສຸ​ດແນ​ໃສ່ ຈີນ ນັບ​ແຕ່​ເມື່ອ​ປະ​ເທດນີ້​ມີ​ການ​ກະ​ທຳ​ລວງ​ລ້ຳອະ​ທິ​ປະ​ໄຕ​ເຂດ​ນ່ານທະ​ເລ​ຂອງ ຫວຽດ​ນາມ, ນາບ​ຂູ່​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ໃນ​ພາ​ກ​ພື້ນ. ພາຍຫຼັງ​ບັນ​ດາ​ການ​ນຳ ອາ​ຊຽນ ອອກ​ຖະ​ແຫຼງ​ການ​ຮຽກ​ຮ້ອງ​ໃຫ້​ລະ​ງັບ​ໃຈ ແລະ ຫຼຸດ​ຜ່ອນ​ການ​ປີນ​ຂັ້ນ​ໄດ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຍ້ອນ​ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳ​ມັນ ໄຮ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ໄຫຼ່​ທະ​ເລ ແລະ ເຂດ​ເສດ​ຖະ​ກິດ​ຈຳ​ເພາະ​ຂອງ ຫວຽດ​ນາມ, ວັນ​ທີ 12/5, ລັດ​ຖະ​ບານ ຍີ່​ປຸ່ນ ກໍ່​ຊົມ​ເຊີຍ ແລະ ຕີ​ລະ​ຄາ​ສູງ​ຖະ​ແຫຼງ​ການ​ດັ່ງ​ກ່າວ. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ, ທ່ານ​​ຫົວ​ໜ້າ​ຫ້ອງວ່າ​ການ​ລັດ​ຖະ​ບານ ຍີ່​ປຸ່ນ Yoshihide Suga ໃຫ້​ຮູ້​ວ່າ ຍີ່​ປຸ່ນ ປາດ​ຖະ​ໜາ​ວ່າ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຈະ​ບໍ່​ປະ​ຕິ​ບັດ​ບັນ​ດາ​ການ​ກະ​ທຳພຽງລຳ​ພັງ​ຝ່າຍດຽວ​ເຮັດ​ໃຫ້​ປີນ​ຂັ້ນ​ໄດ​ຄວາມ​ເຄັ່ງ​ຕຶງ​ຢ່າງ​ແລະ ມີ​ການ​ກະ​ທຳ​ລະ​ງັບ​ໃຈ​ຢ່າງ​ແທດ​ເໝາະ​ກັບ​ກົດ​ໝາຍ​ສາ​ກົນ. ຍີ່​ປຸນ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລີກ​ເຊີ່ງ​ຕໍ່​ໜ້າ​ສະ​ພາບ​ຄວາມ​ເຄັ່ງ​ຕຶງປີນ​ຂັ້ນ​ໄດໃນ​ພາກ​ພື້ນ​ຍ້ອນ​ການ​ກະທຳພຽງ​ລຳ​ພັງ​​ຝ່າຍ​ດຽວ​ຂອງ ຈີນ.

     ວົງ​ການ​ນັກ​ຮຽ​ນຮູ້ປະ​ເທດ​ຕ່າງໆ​ກໍ່​ຄັດ​ຄ້ານ​ບັນ​ດາ​ການ​ກະ​ທຳ​ທີ່​ຜິ​ດ​ພາດ​ຂອງ ຈີນ, ຖື​ວ່າ​ປະ​ເທດນີ້​ພວມລວງ​ລ້ຳ​ອະ​ທິ​ປະ​ໄຕ​ເຂດນ່ານ​ທະ​ເລ​ຂອງ ຫວຽດ​ນາມ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ ບົດ​ບາດ​ຂອງ ອີ​ຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ” ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຕາ​ລີ ສົມ​ທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ດາ​ບັນ​ຫາ​ຍຸດ​ທະ​ສາດ​ສາ​ກົນ, ສະ​ຖາ​ບັນ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ​ການ​ປ້ອງ​ກັນ​ປະ​ເທດ ຈັດຕັ້ງ​ຢູ່​ນະ​ຄອນຫຼວງ ໂຣມ, ນັກ​ຮຽນ​ຮູ້ ແລະ ຜູ້​ແທນຫຼາຍ​ຄົນ​ໄດ້​ກ່າວ​ປະ​ນາມ​ການ​ກະ​ທຳ​ຂອງ​ຈີນ. ​ແລະ​ຖື​ວ່າ​ ຈີນ ພວມຕັ້ງ​ໃຈ​ກໍ່​ຄວາມ​ເຄັ່ງ​ຕຶງ, ນາບ​ຂູ່ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ສະ​ຫງົບ ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ​ໃນ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ